ເພງ^ສັນລະເສີນ 100:2 - ພຣະຄຳພີສັກສິ2 ຈົ່ງນະມັດສະການພຣະເຈົ້າຢາເວຢ່າງຊົມຊື່ນຍິນດີ ມາຮ້ອງເພງອັນມ່ວນຊື່ນຢູ່ຊ້ອງໜ້າພຣະອົງ. Uka jalj uñjjattʼäta |
ກະສັດເຮເຊກີຢາໄດ້ຈັດຕັ້ງຄະນະປົກຄອງປະໂຣຫິດແລະຊາວເລວີຂຶ້ນໃໝ່ ຕາມໜ້າທີ່ສະເພາະຂອງໃຜລາວ. ໜ້າທີ່ເຫຼົ່ານັ້ນລວມເອົາທັງການເຜົາຖວາຍບູຊາແລະການຖວາຍເພື່ອຄວາມສາມັກຄີທຳ, ການປະກອບສ່ວນໃນພິທີນະມັດສະການທີ່ພຣະວິຫານແລະການຖວາຍຄຳຍົກຍໍສັນລະເສີນ ແລະການໂມທະນາຂອບພຣະຄຸນໃນເດີ່ນລານຕ່າງໆຂອງພຣະເຈົ້າຢາເວ.
ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮ່ວມກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ ເດັກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ຈົ່ງຈັດພິທີນີ້ຂຶ້ນຢູ່ໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.