1 ທົ່ວທັງໂລກເອີຍ ຈົ່ງຮ້ອງເພງຖວາຍ ຄຳສັນລະເສີນແດ່ພຣະເຈົ້າຢາເວ.
ຂ້ານ້ອຍຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ພຣະເຈົ້າແລະກະສັດຂອງຂ້ານ້ອຍເອີຍ. ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະອົງສືບໄປເປັນນິດ.
ຜູ້ທີ່ຊອບທຳເອີຍ ຈົ່ງຍິນດີແລະຊື່ນໃຈໃນພຣະເຈົ້າຢາເວ ຜູ້ທີ່ເຊື່ອຟັງພຣະອົງເອີຍ ຈົ່ງໂຮຮ້ອງຍິນດີເທີ້ນ.
ຈົ່ງຕົບມືຢ່າງຊົມຊື່ນຍິນດີເຖີດ ຄົນທຸກຊາດພາສາເອີຍ ຈົ່ງຮ້ອງສຽງດັງໆຖວາຍບົດເພງຍ້ອງຍໍສັນລະເສີນພຣະເຈົ້າ
ພຣະເຈົ້າຂຶ້ນສູ່ບັນລັງທ່າມກາງສຽງໂຮຮ້ອງຍິນດີ ສຽງແກດັງກ້ອງສະໜັ່ນຂະນະທີ່ພຣະເຈົ້າຢາເວຂຶ້ນໄປນັ້ນ.
ປະຊາຊົນທົ່ວໂລກເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າ ຈົ່ງໂຮຮ້ອງຍິນດີສັນລະເສີນເຖີດ
ທຸກຄົນທີ່ແຜ່ນດິນໂລກນະມັດສະການພຣະອົງ ພວກເຂົາຮ້ອງເພງຍ້ອງຍໍສັນລະເສີນພຣະອົງ. ພວກເຂົາຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ.”
ຂໍໃຫ້ຊົນຊາດຕ່າງໆ ຊົມຊື່ນແລະຍິນດີ ຮ່ວມກັນຮ້ອງເພງຢ່າງເບີກບານເຖີດ ເພາະພຣະອົງຕັດສິນບັນດາຊົນຊາດຢ່າງຍຸດຕິທຳ ແລະນຳພາແຕ່ລະຊົນຊາດເທິງແຜ່ນດິນໂລກນີ້.
ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າເຖີດ ບັນດາອານາຈັກແຫ່ງໂລກເອີຍ ຈົ່ງຮ້ອງເພງຖວາຍຄຳຍ້ອງຍໍສັນລະເສີນ ແກ່ອົງພຣະຜູ້ເປັນເຈົ້າເຖີດ
ທົ່ວທັງແຜ່ນດິນໂລກເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈົ່ງໂຮຮ້ອງຍິນດີເປັນການສັນລະເສີນເຖີດ.
ໂອ ລູກສາວຊີໂອນເອີຍ ຈົ່ງຊົມຊື່ນຍິນດີຮ້ອງລຳທຳເພງເຖີດ ໂອ ຊາດອິດສະຣາເອນເອີຍ ຈົ່ງຮ້ອງດັງໆ ໂອ ລູກສາວເຢຣູຊາເລັມເອີຍ ຈົ່ງຍິນດີດ້ວຍສຸດຫົວໃຈຂອງເຈົ້າເຖີດ.
ແລ້ວພຣະເຈົ້າຢາເວກໍຈະເປັນກະສັດ ປົກຄອງແຜ່ນດິນໂລກນີ້ທັງໝົດ; ໃນວັນນັ້ນ ຈະມີພຣະເຈົ້າຢາເວແຕ່ອົງດຽວ ແລະມີນາມຊື່ຂອງພຣະອົງແຕ່ນາມດຽວເທົ່ານັ້ນ.
ເມື່ອພຣະອົງມາໃກ້ນະຄອນເຢຣູຊາເລັມ ຕາມທາງທີ່ຈະລົງໄປຈາກພູເຂົາໝາກກອກເທດ ປະຊາຊົນທີ່ເປັນສາວົກຂອງພຣະອົງ ກໍເລີ່ມຊົມຊື່ນຍິນດີສັນລະເສີນພຣະເຈົ້າດ້ວຍສຽງດັງ ເພາະການອັດສະຈັນທັງໝົດທີ່ພວກເຂົາໄດ້ເຫັນນັ້ນ ໂດຍເວົ້າວ່າ,
ແລະຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ປະຊາຊາດທັງປວງເອີຍ ຈົ່ງຊົມຊື່ນຍິນດີດ້ວຍກັນ ກັບໄພ່ພົນຂອງພຣະອົງ.”
ບັນດາຊົນຊາດເອີຍ ຈົ່ງຊົມຊື່ນຍິນດີຮ່ວມກັບປະຊາຊົນຂອງພຣະອົງ ເພາະພຣະອົງລົງໂທດທຸກຄົນທີ່ຂ້າພວກເຂົາ. ພຣະອົງທຳການແກ້ແຄ້ນເຫຼົ່າສັດຕູທັງຫລາຍ ແລະອະໄພການບາບໄພ່ພົນຂອງພຣະອົງແລ້ວ.”