8 ພວກເຂົາຜົກຈອບຢູ່ຕາມໝູ່ບ້ານນ້ອຍໆ ພວກເຂົາຄອຍຂ້າຄົນທີ່ບໍ່ມີຄວາມຜິດ ພວກເຂົາຄິດປອງຮ້າຍຄົນທີ່ຂາດທີ່ເພິ່ງ.
ກະສັດມານາເຊຂ້າຄົນທີ່ບໍ່ມີຄວາມຜິດຢ່າງຫລວງຫລາຍ ຈົນວ່າຖະໜົນຕ່າງໆທີ່ນະຄອນເຢຣູຊາເລັມນອງໄປດ້ວຍເລືອດ; ເພິ່ນໄດ້ກະທຳການນີ້ຕື່ມໃສ່ກັບການນຳພາຊາວຢູດາໃຫ້ຂາບໄຫວ້ຮູບເຄົາຣົບ ອັນເປັນເຫດໃຫ້ພວກເຂົາເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
ຕອນເຊົ້າ ຄາດຕະກອນລຸກຂຶ້ນໄປຂ້າຄົນຈົນ ແລະຕອນກາງຄືນ ພວກເຂົາກໍອອກໄປຫາຊອກປຸ້ນຈີ້.
ບັດນີ້ ຂ້ານ້ອຍຖືກປິດລ້ອມແລະບໍ່ຮູ້ວ່າຈະຫັນໄປທາງໃດ ພວກເຂົາຊອກໂອກາດທີ່ຈະດຶງຂ້ານ້ອຍລົງໃຫ້ໄດ້.
ພວກເຂົາຂ້າແມ່ໝ້າຍແລະລູກກຳພ້າທັງຫລາຍ ແລະຄົນຕ່າງດ້າວທີ່ຢູ່ໃນດິນແດນດ້ວຍ.
ຢ່າເປັນດັ່ງຄົນຊົ່ວຮ້າຍທີ່ວາງແຜນປຸ້ນຄົນສັດຊື່ ຫລືຢຶດບ້ານເຮືອນຂອງລາວໄປ.
“ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.”
ລູກທະນູພຣະອົງທະລຸຜູ້ບັນຊາການທັບຂອງພວກເຂົາ ເມື່ອມັນຖືກຍິງມາເໝືອນລົມພະຍຸກ້າ ແລະເຮັດໃຫ້ແຕກກະຈັດກະຈາຍໄປ ດັ່ງນັກກົດຂີ່ກືນກິນຄົນຍາກຈົນຢ່າງປິດລັບ.
ຫລັງຈາກເຫດການເຫຼົ່ານີ້ແລ້ວ ອົງພຣະຜູ້ເປັນເຈົ້າກໍໄດ້ເລືອກເອົາເຈັດສິບສອງ ຄົນຕື່ມອີກ ແລະໃຊ້ພວກເພິ່ນອອກໄປເປັນໝູ່ ໝູ່ລະສອງຄົນ ເພື່ອໄປກ່ອນໜ້າພຣະອົງໃນທຸກເມືອງແລະທຸກບ້ານ ທີ່ພຣະອົງກຳລັງຈະເຂົ້າໄປນັ້ນ.
ຕໍ່ມາບໍ່ດົນ ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເມືອງ ແລະຕາມບ້ານຕ່າງໆເພື່ອປະກາດຂ່າວປະເສີດ ເລື່ອງອານາຈັກຂອງພຣະເຈົ້າ, ສາວົກສິບສອງຄົນກໍໄປກັບພຣະອົງ
ຊາວຊີເຄມໄດ້ດັກສະກັດໂຈມຕີອາບີເມເຫຼັກທີ່ເທິງພູ ແລະພວກເຂົາຍັງໄດ້ປຸ້ນເອົາເຄື່ອງຂອງ ຂອງຄົນທີ່ຜ່ານໄປມາຢູ່ໃນແຖບນັ້ນດ້ວຍ. ແລ້ວກໍມີຄົນມາບອກອາບີເມເຫຼັກເຖິງເລື່ອງນີ້.
ສະນັ້ນ ກະສັດໂຊນຈຶ່ງສັ່ງໂດເອັກວ່າ, “ເຈົ້າຂ້າພວກເຂົາເສຍ.” ໂດເອັກໄດ້ຂ້າພວກເຂົາຖິ້ມທັງໝົດ. ໃນມື້ນັ້ນ ລາວໄດ້ຂ້າປະໂຣຫິດທີ່ມີຄຸນສົມບັດຖືເອໂຟດແປດສິບຫ້າຄົນ.
ສະນັ້ນ ຈົ່ງໄປສືບເບິ່ງຢ່າງຄັກແນ່ວ່າມັນຢູ່ບ່ອນໃດແທ້ໆ ແລະໃຫ້ນຳເອົາລາຍລະອຽດຕ່າງໆມາລາຍງານເຮົາທັນທີ ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າມັນຍັງຢູ່ໃນເຂດນັ້ນ ເຮົາຈະຕາມໄປຂ້າມັນ. ເຖິງແມ່ນວ່າເຮົາຈະຕ້ອງຊອກຄົ້ນຫາມັນທົ່ວທັງດິນແດນຢູດາຍກໍຕາມ.”