Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 10:6 - ພຣະຄຳພີສັກສິ

6 ພວກເຂົາ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ເອງ​ວ່າ, “ພວກເຮົາ​ຈະ​ບໍ່​ພາດທ່າ​ເສຍທີ ພວກເຮົາ​ຈະ​ບໍ່​ພົບ​ຄວາມ​ເດືອດຮ້ອນ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 10:6
11 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ


ຄົນໂງ່​ຄິດ​ຢູ່ໃນ​ໃຈ​ຂອງຕົນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ” ພວກເຂົາ​ຕ່າງ​ກໍ​ເປັນ​ຄົນ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງ​ນັ້ນ. ພວກເຂົາ​ໄດ້​ພາກັນ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ ທັງ​ບໍ່​ຮັບ​ສິນບົນ​ເປັນ​ພະຍານ​ຕໍ່ສູ້​ຄົນ​ບໍ່ມີ​ຜິດ​ດ້ວຍ. ຜູ້​ທີ່​ປະຕິບັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ກໍ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ​ຕະຫລອດໄປ.


ຂ້ານ້ອຍ​ຮູ້ສຶກ​ປອດໄພ​ຈຶ່ງ​ເວົ້າ​ກັບ​ຕົວເອງ​ວ່າ, “ຂ້ອຍ​ຈະ​ບໍ່​ພ່າຍແພ້​ເລີຍ.”


ເປັນຫຍັງ​ຄົນ​ຈຶ່ງ​ພ້ອມ​ທີ່​ຈະ​ເຮັດ​ຊົ່ວ​ກັນ​ແທ້? ກໍ​ເພາະ​ຄົນ​ທີ່​ເຮັດ​ຊົ່ວ​ນັ້ນ​ບໍ່ໄດ້​ຖືກ​ລົງໂທດ​ໃຫ້​ໄວ​ທັນການ.


ເຈົ້າ​ຄິດວ່າ​ເຈົ້າ​ຈະ​ໄດ້​ເປັນ​ຣາຊີນີ​ສືບໄປ​ບໍ? ຈຶ່ງ​ບໍ່​ຄິດວ່າ​ເລື່ອງ​ຈະ​ຈົບລົງ​ຢ່າງໃດ​ແທ້? ແມ່ນແຕ່​ຄົນ​ເຖົ້າແກ່​ຊະຣາ​ກໍຕາມ ກໍໄດ້​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’


ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.


ແຕ່​ຖ້າ​ລາວ​ເປັນ​ຄົນ​ຮັບໃຊ້​ບໍ່​ດີ ລາວ​ຈະ​ຄິດ​ວ່າ ຍັງ​ອີກ​ດົນ​ກວ່າ​ນາຍ​ຂອງຕົນ​ຈະ​ກັບ​ມາ


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka