ເພງ^ສັນລະເສີນ 10:4 - ພຣະຄຳພີສັກສິ4 ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.” Uka jalj uñjjattʼäta |
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’
ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ.