3 ຄົນຊົ່ວຮ້າຍອວດອ້າງຈອງຫອງໃນການເຮັດຊົ່ວຂອງຕົນ ຄົນມັກໂລບກໍສາບແຊ່ງແລະປະຕິເສດພຣະເຈົ້າຢາເວ.
ຈົ່ງລະດົມເອົາທະຫານໃຫ້ຫລາຍເທົ່າກັບຈຳນວນທີ່ໄດ້ໜີໄປຈາກທ່ານ ສ່ວນມ້າແລະລົດຮົບກໍໃຫ້ມີຈຳນວນເທົ່າເກົ່າ. ແລ້ວພວກເຮົາກໍຈະສູ້ຮົບພວກອິດສະຣາເອນໃນບ່ອນຮາບພຽງ ແລະໃນຄັ້ງນີ້ ພວກເຮົາຈະເອົາຊະນະພວກເຂົາໃຫ້ໄດ້.” ກະສັດເບັນຮາດາດໄດ້ຕົກລົງເຮັດຕາມຄຳແນະນຳຂອງພວກເຂົາ.
ຂ້ອຍບໍ່ໄດ້ໃຫ້ຄຳເປັນຄວາມຫວັງຂອງຂ້ອຍ ຫລືວ່າໃຫ້ຄຳບໍຣິສຸດເປັນຄວາມໝັ້ນໃຈຂອງຂ້ອຍ.
ພວກເຂົາຟ້ອງຂ້ານ້ອຍໂດຍຮ້ອງໂຮຂຶ້ນວ່າ, “ຫັ້ນເດ ພວກຂ້ອຍໄດ້ເຫັນສິ່ງທີ່ເຈົ້າກະທຳ”.
ຖ້າແມ່ນວ່າ ຊາຍຄົນໜຶ່ງພໍໃຈໃນຊີວິດຂອງຕົນ ແລະໄດ້ຮັບຄຳຍ້ອງຍໍຊົມເຊີຍເພາະຜົນສຳເລັດຂອງລາວນັ້ນ
ເມື່ອຖືກຄົນຊົ່ວຮ້າຍຜູ້ທີ່ວາງໃຈໃນຄວາມຮັ່ງມີ ອວດດີໃນຊັບສິນອັນໃຫຍ່ໂຕຂອງເຂົາເຈົ້າ.
ພຣະອົງທຳລາຍຄົນຂີ້ຕົວະທຸກຄົນ ແລະພຣະເຈົ້າຢາເວກຽດຊັງຄົນຊົ່ວຮ້າຍແລະຄົນຫລອກລວງດ້ວຍ.
ເປັນຫຍັງຈຶ່ງອວດອ້າງຄວາມຊົ່ວຂອງເຈົ້າ ມະນຸດຜູ້ແຂງແຮງເອີຍ? ຄວາມສັດຊື່ຂອງພຣະອົງດຳລົງສືບໄປເປັນນິດ.
ຜູ້ຂ້າຄົນນັ້ນຈະຈອງຫອງໄປເຫິງປານໃດ? ຄູຍໂມ້ເຖິງອາດຊະຍາກຳຂອງພວກເຂົາໄປອີກນານເທົ່າໃດ?
ສັດຕູເວົ້າວ່າ, ‘ຂ້ອຍຈະຕາມລ່າຈັບກຸມເອົາພວກເຂົາ ຂ້ອຍຈະແບ່ງປັນຊັບສິນຂອງພວກເຂົາໃຫ້ໄດ້; ແລະຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ ຂ້ອຍຈະຊັກດາບແລະຢຶດສິ່ງຂອງທີ່ພວກເຂົາມີນັ້ນ.’
ຜູ້ທີ່ບໍ່ນັບຖືກົດໝາຍກໍກາຍເປັນຝ່າຍຂອງຄົນຊົ່ວຮ້າຍ, ແຕ່ຜູ້ທີ່ນັບຖືກົດໝາຍກໍກາຍເປັນຝ່າຍຕໍ່ຕ້ານເຂົາເຈົ້າ.
ຊີວິດຂ້າພະເຈົ້າກໍອະນິຈັງດ້ວຍ, ແຕ່ຂ້າພະເຈົ້າໄດ້ເຫັນທຸກສິ່ງໃນຊີວິດຄື ຄົນຊອບທຳຜູ້ໜຶ່ງຕາຍໄປໃນຄວາມຊອບທຳຂອງຕົນ ແລະຄົນຊົ່ວຮ້າຍມີຊີວິດຍືນຍາວໃນການກະທຳຊົ່ວຂອງເຂົາ.
ເຈົ້າຄິດວ່າເຈົ້າເວົ້າໝິ່ນປະໝາດຜູ້ໃດ? ແລະໄດ້ປ້ອຍດ່າຜູ້ໃດ? ເຈົ້າໄດ້ຂື້ນສຽງຕໍ່ສູ້ຜູ້ໃດ? ແລະແຫງນຕາທີ່ໂອ້ອວດຂອງເຈົ້າຕໍ່ສູ້ພຣະເຈົ້າອົງບໍຣິສຸດແຫ່ງຊາດອິດສະຣາເອນ.
ເຮົາໂກດຮ້າຍພວກເຂົາ ເພາະການບາບແລະຄວາມໂລບມາກຂອງພວກເຂົາ; ສະນັ້ນ ເຮົາຈຶ່ງໄດ້ລົງໂທດແລະປະຖິ້ມພວກເຂົາ. ແຕ່ພວກເຂົາຍັງດື້ດ້ານແລະສືບຕໍ່ເຮັດຕາມວິຖີທາງຂອງຕົນຢູ່.
“ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.”
ເຮົາຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າທີ່ເທິງພູ ມ້າງແລະຮື້ແທ່ນບູຊາເຄື່ອງຫອມລົງໝົດ ແລະໂຍນສົບພວກເຈົ້າຖິ້ມໃສ່ເທິງຮູບເຄົາຣົບຂອງພວກເຈົ້າທີ່ຫັກເພພັງ. ຍ້ອນເຮົາເບື່ອໜ່າຍພວກເຈົ້າຫລາຍທີ່ສຸດ
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ
ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຈົ່ງລະວັງແລະເຝົ້າຮັກສາຕົນໄວ້ ໃຫ້ເວັ້ນຈາກຄວາມໂລບທຸກຢ່າງ ເພາະຊີວິດແທ້ຂອງມະນຸດ ບໍ່ຂຶ້ນຢູ່ກັບຊັບສິ່ງຂອງອັນບໍຣິບູນທີ່ຕົນມີຢູ່.”
ແລ້ວເຮົາກໍຈະເວົ້າກັບຕົວເອງວ່າ, ‘ຈິດໃຈເອີຍ ເຮົາມີເຂົ້າຂອງດີ ເພື່ອໄວ້ກິນຫລາຍໆປີຕາມຄວາມຕ້ອງການ ຈົ່ງໃຊ້ຊີວິດຢ່າງສຸກສະບາຍ ຈົ່ງກິນ ຈົ່ງດື່ມ ແລະຈົ່ງເຮັດໃຫ້ຕົນເອງມ່ວນຊື່ນເທາະ.’
ພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າທຸກປະການ, ຄວາມຮ້າຍກາດ, ຄວາມໂລບມາກ ແລະການປອງຮ້າຍ, ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຂ້າຟັນ, ການສູ້ຮົບຕົບຕີ, ການຫລອກລວງ, ການຜູກພະຍາບາດ, ພວກເຂົາເວົ້າຂວັນນິນທາກັນ
ເຖິງແມ່ນພວກເຂົາຮູ້ຈັກກົດບັນຍັດຂອງພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນ ກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.
ຄົນຂີ້ລັກ ຄົນຂີ້ໂລບ ຄົນຂີ້ເຫລົ້າ ຄົນເວົ້າໃສ່ຮ້າຍປ້າຍສີ ຫລືຄົນສໍ້ໂກງກໍດີ ຄົນເຫຼົ່ານັ້ນ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.
ພວກເຈົ້າຄົງຮູ້ຈັກດີແລ້ວວ່າ ຜູ້ທີ່ຫຼິ້ນຊູ້, ຜູ້ທີ່ເວົ້າຫຍາບຊ້າ, ຜູ້ທີ່ໃຈໂລບ (ເໝືອນຂາບໄຫວ້ຮູບເຄົາຣົບ) ຈະບໍ່ໄດ້ມີສ່ວນໃນອານາຈັກຂອງພຣະຄຣິດ ແລະຂອງພຣະເຈົ້າຈັກເທື່ອ.
ຈົ່ງໃຫ້ແນ່ໃຈວ່າບໍ່ມີຜູ້ໃດໃນທີ່ນີ້ ວັນນີ້ ທີ່ຍິນຄຳກ່າວສາບານອັນໜັກແໜ້ນເຫຼົ່ານີ້ແລ້ວ ຄິດອວດຕົວວ່າຕົນຈະຢູ່ເຢັນເປັນສຸກ ເຖິງແມ່ນວ່າຈະດື້ດ້ານໄປຕາມວິຖີທາງຂອງຕົນກໍຕາມ. ການເຮັດເຊັ່ນນັ້ນ ເປັນການນຳໄພພິບັດມາສູ່ດິນແດນທີ່ອຸດົມສົມບູນແລະແຫ້ງແລ້ງຂອງພວກເຈົ້າ.
ເມື່ອພຣະເຈົ້າຢາເວເຫັນເຊັ່ນນີ້ ພຣະອົງຈຶ່ງໂກດຮ້າຍຫລາຍ ຈຶ່ງບໍ່ຮັບຊາຍຍິງເຫຼົ່ານີ້ ເປັນບຸດຂອງພຣະເຈົ້າ.
ເຫດສະນັ້ນ ພວກເຈົ້າຕ້ອງປະຫານຕັນຫາຝ່າຍໂລກນີ້ ທີ່ດຳເນີນການຢູ່ໃນພວກເຈົ້າເຊັ່ນ: ການຜິດສິນທຳທາງເພດ, ການຊົ່ວຮ້າຍ, ຣາຄະຕັນຫາ, ຄວາມປາຖະໜາໃນທາງຊົ່ວຮ້າຍ ແລະຄວາມໂລບ ຊຶ່ງເປັນການຂາບໄຫວ້ຮູບເຄົາຣົບ.
ດັ່ງນັ້ນ ເຈົ້າທັງຫລາຍທີ່ເຄີຍເວົ້າວ່າ, “ມື້ນີ້ຫລືມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນັ້ນເມືອງນີ້ ຈະພັກຢູ່ທີ່ນັ້ນປີໜຶ່ງ ແລະຈະຄ້າຂາຍເອົາກຳໄລ.”
ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້ ກໍລ້ວນແຕ່ເປັນຄວາມຊົ່ວ.
ຢ່າຮັກໂລກ ຫລືສິ່ງຂອງທີ່ມີຢູ່ໃນໂລກ ຖ້າຜູ້ໃດຮັກໂລກ ຄວາມຮັກຂອງພຣະບິດາເຈົ້າກໍບໍ່ຢູ່ໃນຜູ້ນັ້ນ.
ລາວເວົ້າຕໍ່ແມ່ຂອງລາວວ່າ, “ເວລາຄົນລັກເອົາເງິນໜຶ່ງພັນໜຶ່ງຮ້ອຍຫລຽນ ຂອງແມ່ໄປນັ້ນ ລູກໄດ້ຍິນວ່າແມ່ສາບແຊ່ງຄົນຂີ້ລັກ. ນີ້ເດ ເງິນຈຳນວນນັ້ນ ລູກເອງເປັນຜູ້ເອົາໄປ.” ແມ່ຈຶ່ງເວົ້າຕໍ່ລາວວ່າ, “ລູກເອີຍ ຂໍໃຫ້ພຣະເຈົ້າຢາເວອວຍພອນເຈົ້າເຖີດ”
ກະສັດໂຊນຕອບວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກເຈົ້າທີ່ມີນໍ້າໃຈອັນດີຕໍ່ເຮົາ.