2 ຄົນຊົ່ວຮ້າຍຂົ່ມເຫັງຄົນຍາກຈົນຢ່າງຈອງຫອງ ຈົ່ງຈັບພວກເຂົາໃສ່ແຮ້ວທີ່ພວກເຂົາຫ້າງເອງນັ້ນ.
ສຳລັບຄົນຢ່າງນີ້ບໍ່ເຄີຍຄິດເມດຕາສົງສານຜູ້ໃດ ເຂົາກົດຂີ່ທັງຂ້າຄົນຂັດສົນ ແລະຂາດທີ່ເພິ່ງ.
ຈົ່ງສັນຍາວ່າ ພຣະອົງຈະຊ່ວຍຜູ້ຮັບໃຊ້ຂອງພຣະອົງ ຢ່າປ່ອຍໃຫ້ຄົນຈອງຫອງຂົ່ມເຫັງຂ້ານ້ອຍທ້ອນ
ຂ້ານ້ອຍຫວັງວ່າຈະໄດ້ສັດຊື່ສະເໝີໄປ ໂດຍການຖືຮັກສາຂໍ້ຄຳສັ່ງສອນຂອງພຣະອົງນັ້ນ.
ຄົນຈອງຫອງຫາແຕ່ເລື່ອງຕົວະໃສ່ຂ້ານ້ອຍ ແຕ່ຂ້ານ້ອຍເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງດ້ວຍສຸດຈິດສຸດໃຈ.
ຄົນຈອງຫອງຄືຜູ້ທີ່ບໍ່ເຊື່ອຟັງກົດບັນຍັດຂອງພຣະອົງ ຍາດກັນຂຸດຂຸມເພື່ອຈະດັກຈັບຂ້ານ້ອຍໄວ້.
ຄົນຈອງຫອງໄດ້ຫ້າງແຮ້ວໃຫ້ຂ້ານ້ອຍຖືກຈັບ ແລະວາງບ້ວງດັກຈັບຕາມທາງທີ່ໄປນັ້ນ.
ພວກຄົນທີ່ຂີ້ຕົວະ ຈົ່ງມິດງຽບ ຄືພວກທີ່ອວດອົ່ງແລະຈອງຫອງທັງຫຼາຍ ພວກທີ່ເວົ້າດູໝິ່ນນິນທາຄົນຊອບທຳນັ້ນ.
ຂໍຢ່າປ່ອຍໃຫ້ຂ້ານ້ອຍຖືກໂຈມຕີໂດຍຄົນຈອງຫອງ ຫລືຕ້ອງແລ່ນປົບໜີເພາະຄົນຊົ່ວຮ້າຍ.
ຄຳເວົ້າທຸກຄຳຂອງພວກເຂົາລ້ວນແຕ່ເປັນບາບໝົດ ເພາະບາບອາໄສຢູ່ໃນສົບປາກຂອງເຂົາເຈົ້າ; ໃນຄວາມຈອງຫອງນັ້ນ ຂໍໃຫ້ພວກເຂົາຖືກຈັບໄປ ເພາະວ່າພວກເຂົາມັກສາບແຊ່ງແລະຂີ້ຕົວະ
ສະນັ້ນ ພວກເຂົາຈຶ່ງຖືກລົງໂທດໂດຍສິ່ງຊົ່ວນັ້ນເອງ ຖືກທຳຮ້າຍຍ້ອນສິ່ງຮຸນແຮງທີ່ພວກເຂົາໄດ້ກໍ່ຂຶ້ນ.
ບັດນີ້ ຂ້ອຍຮູ້ແລ້ວວ່າ ພຣະເຈົ້າຢາເວຍິ່ງໃຫຍ່ກວ່າພະທັງຫລາຍ ເພາະພຣະອົງໄດ້ສຳແດງຄວາມຍິ່ງໃຫຍ່ນີ້ ເມື່ອຊາວເອຢິບໄດ້ເຮັດຕໍ່ຊາວອິດສະຣາເອນ ດ້ວຍການທາລຸນເຊັ່ນນັ້ນ.”
ແຕ່ຈົນບັດນີ້ ເຈົ້າກໍຍັງໃຈແຂງກະດ້າງດື້ດຶງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ.
ຄວາມຜິດນັ້ນ ຄຸມຂັງຜູ້ທີ່ເຮັດຜິດ ການບາບຂອງຄົນຊົ່ວກໍເປັນບ້ວງແຮ້ວ. ພວກເຂົາຖືກຈັບໃນຕາໜ່າງແຫ່ງບາບຂອງພວກເຂົາເອງ.
ເຈົ້າໄດ້ເວົ້າໃນໃຈວ່າ, “ຂ້ອຍຈະຂຶ້ນໄປສະຫວັນ ແລະຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ ບ່ອນທີ່ພະທັງຫລາຍຊຸມນຸມກັນຢູ່ນັ້ນ.
ພວກຄົນຕາຍຈະຈ້ອງຕາເບິ່ງເຈົ້າ ແລະຈະຖາມວ່າ, “ຄົນນີ້ບໍ່ແມ່ນຜູ້ທີ່ໄດ້ເຮັດໃຫ້ໂລກແລະບັນດາອານາຈັກສັ່ນສະເທືອນນັ້ນບໍ?
ອາຊາຣີຢາລູກຊາຍຂອງໂຮຊາອີຢາ ແລະໂຢຮານານລູກຊາຍຂອງກາເຣຢາ ພ້ອມດ້ວຍຄົນອວດດີອື່ນໆທັງໝົດໄດ້ເວົ້າຕໍ່ຂ້າພະເຈົ້າວ່າ, “ເຈົ້າເວົ້າບໍ່ຈິງ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ບໍ່ໄດ້ໃຊ້ເຈົ້າມາບອກພວກເຮົາບໍ່ໃຫ້ໄປອາໄສຢູ່ທີ່ປະເທດເອຢິບ.