Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 10:12 - ພຣະຄຳພີສັກສິ

12 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ລຸກຂື້ນ​ເຖີດ ຈົ່ງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ ຂ້າແດ່​ພຣະເຈົ້າ ໂຜດ​ຄິດເຖິງ​ຜູ້​ທີ່​ທົນທຸກ​ດ້ວຍ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 10:12
15 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລືມໄລ​ຂ້ານ້ອຍ ໄປ​ດົນນານ​ປານໃດ ຕະຫລອດໄປ​ບໍ? ພຣະອົງ​ຍັງ​ຈະ​ລີ້ໜ້າ​ຂອງ​ພຣະອົງ ໄປ​ຈາກ​ຂ້ານ້ອຍ​ດົນນານ​ປານໃດ?


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ ຂັດຂວາງ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ໂຜດ​ໃຊ້​ດາບ​ຂອງ​ພຣະອົງ​ມາ​ກຳຈັດ​ສັດຕູ​ເຫຼົ່ານັ້ນ​ສາ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແດ່ທ້ອນ


ຂໍ​ຊົງ​ໂຜດ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ​ແດ່ທ້ອນ ເມື່ອ​ຢູ່​ໃກ້ຊິດ​ພຣະອົງ​ກໍ​ປອດໄພ​ຈາກ​ສັດຕູ​ທັງສິ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລຸກ​ຂຶ້ນ​ເຖີດ ຢືນ​ຕໍ່ສູ້​ສັດຕູ​ຜູ້​ທີ່​ກິ້ວໂກດ​ຂ້ານ້ອຍ​ດ້ວຍ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ຂ້ານ້ອຍ​ແດ່ ເພາະ​ຄວາມ​ຍຸດຕິທຳ​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ.


ຂໍ​ຢ່າ​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທຸກຍາກ​ໄປ​ຕະຫຼອດການ ຂໍ​ຢ່າ​ປະປ່ອຍ​ຊີວິດ​ນົກເຂົາ​ຂອງ​ພຣະອົງ​ໃຫ້​ແກ່​ສັດຮ້າຍ.


ພຣະເຈົ້າ​ຫລົງ​ລືມ​ພຣະຄຸນ​ທີ່​ມີ​ຕໍ່​ພວກເຮົາ​ແລ້ວ​ຫລືນີ້? ຄວາມ​ໂກດຮ້າຍ​ແທນ​ຄວາມ​ເມດຕາ​ແລ້ວ​ຫລືນີ້?”


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ແດ່ທ້ອນ ໂຜດ​ເບິ່ງ​ຄວາມ​ທົນທຸກ​ທີ່​ສັດຕູ​ກໍ່​ຂຶ້ນ​ນັ້ນ ຂໍ​ຊົງ​ໂຜດ​ຊ່ວຍກູ້​ເອົາ ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ​ແດ່ທ້ອນ


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ດຳເນີນການ​ເຖີດ ຢ່າ​ປ່ອຍ​ໃຫ້​ມະນຸດ​ທ້າທາຍ​ພຣະອົງ​ໄດ້ ໂຜດ​ນຳ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ ແລະ​ປະກາດ​ການຕັດສິນ​ລົງໂທດ​ເຂົາເຈົ້າ.


ພຣະອົງ​ເປັນ​ຜູ້ຕັດສິນ​ມະນຸດ​ທຸກໆຄົນ ໂຜດ​ລຸກ​ຂຶ້ນ​ລົງໂທດ​ຄົນ​ຈອງຫອງ​ຕາມ​ທີ່​ເຂົາ​ສົມຄວນ​ໄດ້​ຮັບ.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ແກ່​ຊົນຊາດ​ທັງຫລາຍ​ວ່າ, “ບັດນີ້​ເຮົາ​ຈະ​ດຳເນີນການ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ສໍ່າໃດ.


ຊາດ​ອິດສະຣາເອນ​ຈະ​ຕີ​ຊະນະ​ເຫຼົ່າ​ສັດຕູ​ຂອງຕົນ ແລະ​ຈະ​ທຳລາຍ​ພວກເຂົາ​ໃຫ້​ດັບກ້ຽງ.


ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຈື່ຈຳ​ຂ້ານ້ອຍ​ດ້ວຍເຖີດ. ໂອ ພຣະເຈົ້າ​ເອີຍ ໂຜດ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ​ອີກ​ພຽງ​ຄັ້ງດຽວ​ເທົ່ານັ້ນ ເພື່ອ​ຂ້ານ້ອຍ​ຈະ​ລ້າງແຄ້ນ​ພວກ​ຟີລິດສະຕິນ ເພາະ​ພວກເຂົາ​ເຈາະ​ແກ່ນຕາ​ທັງສອງ​ເບື້ອງ​ຂອງ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka