1 ຂ້າແດ່ພຣະເຈົ້າຢາເວ ເຫດໃດພຣະອົງຈຶ່ງຢູ່ຫ່າງໄກ? ແລະຫລົບຊ່ອນພຣະອົງເມື່ອພວກຂ້ານ້ອຍຍາກລຳບາກ?
ເປັນຫຍັງຈຶ່ງເມີນໜ້າໜີໄປຈາກຂ້ານ້ອຍນໍ? ເປັນຫຍັງຈຶ່ງເຮັດຕໍ່ຂ້ານ້ອຍດັ່ງສັດຕູຄູ່ອາຄາດ.
ພຣະເຈົ້າດຳເນີນການທັງທິດໃຕ້ແລະທິດເໜືອ ແຕ່ຂ້ອຍກໍຍັງບໍ່ໄດ້ເຫັນພຣະອົງເຊັ່ນກັນດ້ວຍ.
ຖ້າພຣະເຈົ້າຕັດສິນໃຈບໍ່ເຮັດສິ່ງໜຶ່ງສິ່ງໃດ ກໍບໍ່ມີຜູ້ໃດຕິຕຽນວ່າກ່າວພຣະອົງໄດ້. ຖ້າພຣະອົງເຊື່ອງໜ້າ ມະນຸດກໍຂາດທີ່ເພິ່ງພາອາໄສ ແຕ່ພຣະອົງບັງຄັບທຸກຊາດ ແລະທຸກພາສາໄດ້.
ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍເອີຍ ເຫດໃດພຣະອົງຈຶ່ງໄດ້ປະຖິ້ມຂ້ານ້ອຍ? ຂ້ານ້ອຍຮ້ອງຂໍໃຫ້ຊ່ວຍເຫລືອຢ່າງສຸດກຳລັງ ເປັນຫຍັງຄວາມຊ່ວຍເຫຼືອຈຶ່ງຢູ່ຫ່າງໄກຂ້ານ້ອຍແທ້.
ຂໍແຕ່ພຣະອົງຢ່າປິ່ນໜ້າໜີຈາກຂ້ານ້ອຍເລີຍ. ຂໍຢ່າຄຽດ ແລະໄລ່ຜູ້ຮັບໃຊ້ຂອງພຣະອົງໜີໄປ ພຣະອົງເຄີຍເປັນຜູ້ຊ່ວຍເຫຼືອເອົາຂ້ານ້ອຍໄວ້ ຂໍຢ່າໜີຈາກແລະຢ່າປະປ່ອຍຂ້ານ້ອຍໄປເລີຍ ໂອ ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງດີຕໍ່ຂ້ານ້ອຍແທ້ໆ ພຣະອົງເປັນດັ່ງປ້ອມເທິງພູປ້ອງກັນຂ້ານ້ອຍໄວ້. ແຕ່ຖ້າພຣະອົງລີ້ໜ້າຈາກຂ້ານ້ອຍໄປ ຂ້ານ້ອຍກໍໄດ້ແຕ່ຢ້ານກົວເທົ່ານັ້ນ.
ເຫດໃດພຣະອົງຈຶ່ງລີ້ໜ້າຈາກພວກຂ້ານ້ອຍນໍ? ຂໍຢ່າລືມໄລພວກທີ່ຖືກທົນທຸກແລະລຳບາກ.
ພວກຂ້ານ້ອຍຖືກຢຽບລົງຈຳພື້ນດິນ ນອນຢຽດຢູ່ຂີ້ຝຸ່ນດິນຢ່າງພ່າຍແພ້.
ພຣະເຈົ້າເປັນທີ່ກຳບັງແລະກຳລັງຂອງພວກຂ້ານ້ອຍ ພຣະອົງພ້ອມຊ່ວຍເຫຼືອໃນຄາວພວກຂ້ານ້ອຍຍາກລຳບາກ.
ຂ້າແດ່ພຣະເຈົ້າຢາເວ ເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງຫັນໜ້າໜີໄປຈາກຂ້ານ້ອຍເສຍ?
ຄວາມຫວັງອັນດຽວຂອງອິດສະຣາເອນຄືພຣະອົງ ພຣະອົງເປັນຜູ້ຊ່ວຍພວກຂ້ານ້ອຍໃນເວລາຖືກຂັດສົນ. ເປັນຫຍັງພຣະອົງຈຶ່ງເຮັດຄືກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວທີ່ແວ່ຢາມພຽງຄືນດຽວເທົ່ານັ້ນ?
ເປັນຫຍັງຈຶ່ງເປັນດັ່ງຄົນທີ່ຫລອນເຮັດຫລອນທຳ ດັ່ງທະຫານທີ່ຂາດກຳລັງຊ່ວຍເຫລືອຜູ້ໃດບໍ່ໄດ້? ຂ້າແດ່ພຣະເຈົ້າຢາເວ ແນ່ນອນພຣະອົງສະຖິດຢູ່ນຳ ພວກຂ້ານ້ອຍເປັນຂອງພຣະອົງ ຢ່າປະຖິ້ມພວກຂ້ານ້ອຍເລີຍ.”’