Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 1:6 - ພຣະຄຳພີສັກສິ

6 ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 1:6
17 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.


ເມື່ອ​ຄົນຊົ່ວ​ເຫັນ​ການ​ນີ້​ແລ້ວ​ກໍ​ເກີດ​ຄວາມ​ບໍ່​ພໍໃຈ ຈຶ່ງ​ມີ​ໃຈ​ຢາກ​ຮ້າຍ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ. ຝ່າຍ​ຄົນຊົ່ວຊ້າ​ນັ້ນ​ຈະ​ສູນຫາຍ​ໄປ​ໃນ​ທີ່ສຸດ ແລະ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ກໍ​ສູນຫາຍ​ໄປ​ດ້ວຍ.


ເມື່ອໃດ​ຂ້ານ້ອຍ​ເກີດ​ຄວາມ​ທໍ້ຖອຍ​ໃຈ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ຄວນ​ເຮັດ​ຢ່າງ​ໃດ. ຕາມ​ຫົນທາງ​ທີ່​ຂ້ານ້ອຍ​ຍ່າງ​ທຽວ​ໄປ ສັດຕູ​ກໍ​ຫ້າງ​ແຮ້ວ​ເພື່ອ​ດັກຈັບ​ຂ້ານ້ອຍ​ໄວ້.


ເມື່ອ​ຂ້ານ້ອຍ​ຫລຽວເບິ່ງ​ທາງຂ້າງ ກໍ​ບໍ່​ເຫັນ​ມີ​ຜູ້ໃດ​ຢູ່​ທີ່ນັ້ນ​ເລີຍ ເພື່ອ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້.


ພຣະເຈົ້າຢາເວ​ປົກປ້ອງ​ຄຸ້ມຄອງ​ຊາວ​ຕ່າງດ້າວ​ທັງຫລາຍ ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງ​ພວກເຮົາ​ນັ້ນ. ພຣະອົງ​ຊ່ວຍ​ລູກກຳພ້າ​ທັງຫລາຍ​ແລະ​ແມ່ໝ້າຍ, ແຕ່​ທຳລາຍ​ແຜນການ​ຂອງ​ຄົນຊົ່ວຮ້າຍ.


ສັດຕູ​ພວກ​ຂ້ານ້ອຍ​ໄດ້​ດັບ​ສິ້ນ​ຕະຫລອດໄປ ເມືອງ​ຂອງ​ເຂົາ​ຖືກ​ທຳລາຍ​ແລະ​ລືມໄລ​ໄປສິ້ນ.


ສິ່ງ​ທີ່​ມະນຸດ​ຄິດວ່າ​ຖືກຕ້ອງ ອາດ​ເປັນ​ທາງ​ນຳ​ໄປ​ສູ່​ຄວາມຕາຍ.


ຄວາມ​ປະພຶດ​ຂອງ​ຄົນ​ຊົ່ວຊ້າ​ພຣະເຈົ້າຢາເວ​ກຽດຊັງ, ແຕ່​ພຣະອົງ​ຮັກແພງ​ຜູ້​ທີ່​ປະພຶດ​ຖືກຕ້ອງ.


ພຣະເຈົ້າຢາເວ​ດີເລີດ ແລະ​ແສນ​ປະເສີດ​ຫລາຍ ພຣະອົງ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະເຈົ້າ ຄື​ຄຸ້ມຄອງ​ພວກ​ເຂົາເຈົ້າ​ໃນ​ຄາວ​ລຳບາກ​ມາເຖິງ ທັງ​ຫ່ວງໃຍ​ພວກ​ທີ່​ຕ່າວຄືນ​ມາຫາ​ພຣະອົງ.


“ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ຄັບ​ແຄບ ເພາະ​ປະຕູ​ເຂົ້າ​ໄປ​ນະຣົກ​ກໍ​ກວ້າງ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງຫລາຍ.


ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງເຮົາ ແລະ​ແກະ​ຂອງເຮົາ​ກໍ​ຮູ້ຈັກ​ເຮົາ.


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ແຕ່​ຄົນ​ເຫຼົ່ານັ້ນ ເປັນ​ເໝືອນ​ສັດເດຍລະສານ ທີ່​ບໍ່ມີ​ຄວາມ​ຄິດ ແລະ​ເກີດ​ມາ​ຕາມ​ທຳມະຊາດ ເພື່ອ​ຖືກ​ຈັບ​ແລະ​ຖືກ​ຂ້າ. ພວກເຂົາ​ກ່າວ​ປະນາມ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ຢ່າງ​ດຽວກັນ​ກັບ​ສັດ​ເຫຼົ່ານັ້ນ.


ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka