Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 1:5 - ພຣະຄຳພີສັກສິ

5 ເຫດສະນັ້ນ ຄົນ​ອະທຳ​ຈະ​ບໍ່​ຢືນ​ຢູ່​ໄດ້ ເມື່ອ​ເຖິງ​ວັນ​ພຣະເຈົ້າ​ພິພາກສາ ແລະ​ຄົນ​ບາບ​ກໍ​ຈະ​ບໍ່​ຢູ່ ໃນ​ທີ່​ຊຸມນຸມຊົນ​ຂອງ​ຄົນ​ຊອບທຳ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 1:5
12 Jak'a apnaqawi uñst'ayäwi  

ຜູ້ໃດ​ມີ​ສິດ​ຂຶ້ນ​ໄປ​ເທິງ​ເນີນພູ​ຂອງ​ພຣະເຈົ້າຢາເວ ໄດ້​ແດ່? ຜູ້ໃດ​ຈະ​ຢືນ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ?


ຂໍ​ຢ່າ​ໄດ້​ທຳລາຍ​ຂ້ານ້ອຍ​ພ້ອມ​ກັບ​ຄົນບາບ​ທັງຫລາຍ ຂໍ​ຢ່າ​ເອົາ​ຊີວິດ​ໄປ​ດັ່ງ​ຄາດຕະກອນ​ຄົນ​ໜຶ່ງ


ພຣະອົງ​ບໍ່​ອົດທົນ​ຕໍ່​ຄົນ​ອວດອົ່ງ​ຈອງຫອງ ຜູ້​ທີ່​ຊົ່ວຮ້າຍ​ທຸກຄົນ ພຣະອົງ​ກຽດຊັງ​ທັງນັ້ນ.


ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


ໃນ​ຍຸກ​ສຸດທ້າຍ ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫຼະ ຝູງ​ເທວະດາ​ກໍ​ຈະ​ອອກ​ໄປ​ແຍກ​ເອົາ​ຄົນຊົ່ວ​ອອກ​ຈາກ​ຄົນ​ຊອບທຳ,


ບັນດາ​ປະຊາຊົນ​ທຸກ​ຊົນຊາດ ຈະ​ຖືກ​ນຳ​ມາ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ພຣະອົງ, ແລ້ວ​ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ ເໝືອນ​ກັບ​ຄົນ​ລ້ຽງ​ສັດ​ແຍກ​ຝູງແກະ​ອອກ​ຈາກ​ຝູງແບ້.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ແລ້ວ​ພວກ​ເຫຼົ່ານີ້​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ລົງໂທດ​ອັນ​ຕະຫລອດໄປ​ເປັນນິດ, ແຕ່​ພວກ​ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິຣັນດອນ.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫຼົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka