Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 1:3 - ພຣະຄຳພີສັກສິ

3 ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 1:3
32 Jak'a apnaqawi uñst'ayäwi  

ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.


ນາຍ​ກໍ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຢູ່​ກັບ​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ການງານ​ທຸກຢ່າງ​ທີ່​ລາວ​ກະທຳ​ຈະເລີນ​ຂຶ້ນ​ຫລາຍ​ໃນ​ມື​ຂອງ​ລາວ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສະຖິດ​ຢູ່​ກັບ​ເພິ່ນ ແລະ​ທຸກສິ່ງ​ທີ່​ເພິ່ນ​ເຮັດ​ກໍ​ສຳເລັດຜົນ. ເພິ່ນ​ໄດ້​ກະບົດ​ຕໍ່​ກະສັດ​ແຫ່ງ​ອັດຊີເຣຍ ແລະ​ບໍ່ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ອີກ​ຕໍ່ໄປ.


ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບັດນີ້​ລູກ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ຂໍ​ໃຫ້​ເຈົ້າ​ຈະເລີນ​ຂື້ນ​ເຖີດ ເພື່ອ​ເຈົ້າ​ຈະ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ຖ້າ​ເຈົ້າ​ຍອມ​ເຮັດ​ຕາມ​ກົດບັນຍັດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ​ສຳລັບ​ຊາດ​ອິດສະຣາເອນ​ນັ້ນ ເຈົ້າ​ກໍ​ຈະ​ຈະເລີນຂື້ນ. ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຢ້ານກົວ​ເລີຍ.


ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ, ໃນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ຂໍ້ຄຳສັ່ງ​ທັງຫລາຍ, ໃນ​ການ​ສະແຫວງຫາ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ເຮັດ​ດ້ວຍ​ໝົດ​ຈິດໃຈ​ຂອງ​ເພິ່ນ ແລະ​ເພິ່ນ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ມີ​ຫລາຍ​ຄົນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ນຳ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ​ດ້ວຍ; ສະນັ້ນ ຕັ້ງແຕ່​ນັ້ນ​ມາ ຊົນຊາດ​ທັງຫລາຍ​ຈຶ່ງ​ຍ້ອງຍໍ​ໃຫ້ກຽດ​ເຮເຊກີຢາ.


ເມື່ອ​ຖືກ​ນໍ້າ​ໜ້ອຍໜຶ່ງ​ຮວດ ກໍ​ມີ​ຊີວິດ​ເປັນ​ຄືນ​ມາ ແລະ​ເບີກບານ​ແຈ່ມໃສ ຄື​ກັບ​ເວລາ​ຍັງ​ໜຸ່ມນ້ອຍ.


ເຈົ້າ​ຈະ​ເຮັດ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແສງແຈ້ງ​ຈະ​ສ່ອງໃສ​ໃນ​ທາງ​ເດີນ​ຂອງ​ເຈົ້າ.


ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.


ບໍ່ມີ​ຜູ້ໃດ​ຈັກ​ຄົນ​ທີ່​ກ້າວ​ຍ່າງ​ກາຍ​ໄປ ຈະ​ສາມາດ​ກ່າວ​ຕໍ່​ພວກເຂົາ​ໄດ້​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ເດີ ເຮົາ​ຂໍ​ອວຍພອນ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.”


ເມື່ອ​ອາຍຸ​ແກ່​ກໍ​ຍັງ​ເກີດ​ໝາກ​ຢ່າງ​ຫລວງຫລາຍ ໃບ​ກໍ​ຍັງ​ຂຽວ​ງາມດີ​ທັງ​ແຂງແຮງ​ຢູ່ເລື້ອຍ.


ເພື່ອ​ສະແດງ​ວ່າ​ພຣະເຈົ້າຢາເວ​ຊົງ​ທ່ຽງທຳ ພຣະອົງ​ຊົງ​ເປັນ​ຫີນ​ສີລາ​ຂອງ​ຂ້ານ້ອຍ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ຄວາມ​ອະທຳ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ພວກເຂົາ​ຈະ​ໃຫຍ່​ຂຶ້ນ​ດັ່ງ​ຫຍ້າ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ດັ່ງ​ຕົ້ນໄມ້​ໃກ້​ສາຍ​ທາລາ​ທີ່​ມີ​ນໍ້າ​ໄຫລ​ຢູ່​ບໍ່​ຂາດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.


ແຕ່​ເຄືອ​ອະງຸ່ນ​ໄດ້​ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ມີ​ດິນ​ດີ​ແລ້ວ ໃນ​ນາ​ທີ່​ມີ​ນໍ້າ​ຊຸ່ມຊື່ນ​ຢູ່​ສະເໝີ ເພື່ອ​ວ່າ​ມັນ​ຈະ​ໄດ້​ປົ່ງ​ໃບ​ທັງ​ມີ​ໝາກ​ຫລາຍ ແລະ​ເປັນ​ເຄືອ​ອະງຸ່ນ​ທີ່​ສວຍງາມ​ເຄືອ​ໜຶ່ງ.’


ສ່ວນ​ແມ່​ຂອງ​ເຈົ້າ​ນັ້ນ​ເປັນ​ດັ່ງ​ເຄືອໝາກອະງຸ່ນ ທີ່​ຖືກ​ປູກ​ໄວ້​ໃກ້​ແຄມ​ລຳທານ​ແຫ່ງ​ໜຶ່ງ. ຍ້ອນ​ໃນ​ທີ່ນັ້ນ​ມີ​ນໍ້າ​ຊຸ່ມຊື່ນ​ຢ່າງ​ຫລວງຫລາຍ ເຄືອ​ອະງຸ່ນ​ຈຶ່ງ​ມີ​ໃບ​ດົກໜາ​ເຕັມ​ແຕ່​ໝາກ.


ມັນ​ສູງ​ກວ່າ​ຕົ້ນໄມ້​ອື່ນໆ ເພາະ​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ ຕົ້ນໄມ້​ນັ້ນ​ຕ່າງ​ກໍ​ມີ​ງ່າ​ທັງ​ໃຫຍ່​ແລະ​ຍາວ​ດ້ວຍ;


ແຕ່ລະ​ຟາກ​ຂອງ​ລຳນໍ້າ​ນັ້ນ​ຈະ​ມີ​ຕົ້ນໄມ້​ທຸກ​ຊະນິດ ເກີດຂຶ້ນ​ເພື່ອ​ເປັນ​ອາຫານ. ໃບ​ຂອງ​ຕົ້ນໄມ້​ເຫຼົ່ານີ້​ຈະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ ແລະ​ຕົ້ນໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ໝາກ​ຈັກເທື່ອ. ຕົ້ນໄມ້​ເຫຼົ່ານີ້​ຈະ​ໃຫ້​ໝາກໄມ້​ສົດ​ແຕ່ລະ​ເດືອນ ເພາະ​ໄດ້​ຮັບ​ນໍ້າ​ລໍ່ລ້ຽງ ທີ່​ໄຫລ​ມາ​ຈາກ​ພຣະວິຫານ. ຕົ້ນໄມ້​ຕ່າງໆ​ຈະ​ໃຫ້​ໝາກໄມ້​ເປັນ​ອາຫານ ແລະ​ໃບ​ຂອງ​ມັນ​ກໍ​ຈະ​ຖືກ​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ປິ່ນປົວ​ຄົນ.”


ດັ່ງ​ຖັນແຖວ​ຂອງ​ຕົ້ນ ໝາກຕານ​ທີ່​ຍາວ​ຢຽດ; ດັ່ງ​ອຸດທະຍານ​ແກ້ວ ທີ່​ແຄມ​ແມ່ນໍ້າ​ພຸ້ນ​ໃດ ດັ່ງ​ຕົ້ນໄມ້​ຫອມ​ຫວນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ປູກໄວ້; ຫລື​ດັ່ງ​ຕົ້ນ​ສົນສີດາ ທີ່​ຖືກ​ປູກໄວ້​ໃກ້​ແຄມ​ນໍ້າ.


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ ພືດ​ນັ້ນ​ກໍ​ແຫ້ມ​ຈຶ່ງ​ຫ່ຽວແຫ້ງ​ໄປ​ເພາະ​ຮາກ​ບໍ່​ເລິກ.


ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.


ພໍ​ເຖິງ​ລະດູ​ເກັບກ່ຽວ​ມາ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງຕົນ.


ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ຕ້ອງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຖິ້ມ​ເສຍ, ແລ້ວ​ຍົກ​ສວນ​ອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ຄື​ຜູ້​ຈະ​ນຳ​ຜົນ​ທີ່​ເກັບ​ໄດ້ ມາ​ໃຫ້​ເພິ່ນ​ຖືກຕ້ອງ​ຕາມ​ລະດູ​ການ.”


ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.


ພຣະເຈົ້າຢາເວ​ຈະ​ອວຍພອນ​ວຽກ​ການ​ທີ່​ພວກເຈົ້າ​ເຮັດ ແລະ​ໃຫ້​ພວກເຈົ້າ​ມີ​ເຂົ້າ​ເຕັມ​ເລົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ດິນແດນ​ທີ່​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້.


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


ນໍ້າ​ນັ້ນ​ໄຫລ​ລົງ​ຜ່ານ​ກາງ​ຖະໜົນ​ຂອງ​ນະຄອນ ແຕ່ລະ​ແຄມ​ທັງສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ນັ້ນ ມີ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ເກີດຜົນ​ສິບສອງ​ຊະນິດ, ເກີດຜົນ​ທຸກ​ເດືອນ ແລະ​ໃບ​ຂອງ​ຕົ້ນ​ນັ້ນ ໃຊ້​ສຳລັບ​ປິ່ນປົວ​ບັນດາ​ປະຊາຊາດ​ທັງຫລາຍ​ໃຫ້​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka