Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 1:2 - ພຣະຄຳພີສັກສິ

2 ແຕ່​ພວກເຂົາ​ພົບ​ຄວາມ​ຊົມຊື່ນ​ຍິນດີ​ຢູ່​ໃນ​ພຣະຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພາວັນນາ​ເອົາ​ທັງເວັນ​ທັງຄືນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 1:2
24 Jak'a apnaqawi uñst'ayäwi  

ໃນ​ຕອນແລງ​ຂອງ​ມື້​ນັ້ນ ເພິ່ນ​ອອກ​ໄປ​ຍ່າງ​ຫລິ້ນ​ໃນ​ທົ່ງນາ ແລະ​ເຫັນ​ຂະບວນ​ອູດ​ກຳລັງ​ມາ.


ເອຊະຣາ​ໄດ້​ອຸທິດ​ຊີວິດ​ຂອງຕົນ ສຶກສາ​ຮໍ່າຮຽນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ແລະ​ໄດ້​ສອນ​ກົດບັນຍັດ​ແລະ​ລະບຽບ​ການ​ທັງໝົດ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


ຂ້ອຍ​ເຮັດ​ຕາມ​ເລື້ອຍໆ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ມາ ຂ້ອຍ​ເຮັດ​ຕາມ​ພຣະປະສົງ ບໍ່ແມ່ນ​ຕາມໃຈ​ຂ້ອຍ.


ຂໍ​ໃຫ້​ບົດເພງ​ນັ້ນ​ຈົ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້ານ້ອຍ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ໃນ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມສຸກ.


ກົດບັນຍັດ​ທີ່​ພຣະອົງ​ໃຫ້ ມີ​ຄວາມໝາຍ​ແກ່​ຂ້ານ້ອຍ ຫລາຍກວ່າ​ເງິນຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໂລກນີ້.


ຖ້າ​ກົດບັນຍັດ​ຂອງ​ພຣະອົງ​ບໍ່​ເປັນ​ບໍ່​ເກີດ​ໃຫ້​ຄວາມ​ຊົມຊື່ນ​ຍິນດີ ຂ້ານ້ອຍ​ກໍ​ມີ​ແຕ່​ຈະ​ຕາຍໄປ​ຍ້ອນ​ຄວາມ​ທົນທຸກ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


ເພາະ​ນີ້​ແຫຼະ ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ ຄື​ໃຫ້​ເຮົາ​ທັງຫລາຍ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ ແລະ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka