Biblia Todo Logo
Internet tuqin Biblia

- Anuncios ukanaka -




ສຸພາສິດ 1:3 - ພຣະຄຳພີສັກສິ

3 ຄຳ​ສຸພາສິດ​ສອນ​ໃຫ້​ຮູ້ຈັກ​ເຖິງ​ການ​ດຳເນີນ​ຊີວິດ​ຢ່າງ​ສະຫລາດ​ໄດ້ ແລະ​ໃຫ້​ເປັນ​ຄົນ​ສັດຊື່, ຖືກຕ້ອງ​ແລະ​ເປັນທຳ.

Uka jalj uñjjattʼäta Copia luraña




ສຸພາສິດ 1:3
7 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ຈົ່ງ​ຮັບ​ຄຳສັ່ງສອນ​ທີ່​ຊົງ​ມອບ​ໃຫ້​ເຈົ້າ​ນັ້ນ​ສາ ແລະ​ຮັກສາ​ພຣະທຳ​ໄວ້​ຢູ່​ໃນ​ຈິດໃຈ​ຂອງ​ເຈົ້າ.


ຜູ້​ທີ່​ຟັງ​ຄຳແນະນຳ​ແລະ​ມີໃຈ​ຢາກ​ຮໍ່າຮຽນ ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ​ໃນ​ມື້​ໜຶ່ງ.


ແລະ​ຄຳເວົ້າ​ເຫຼົ່ານີ້ ກໍ​ຈະ​ສັ່ງສອນ​ເຈົ້າ​ເຖິງ​ຄວາມຈິງ​ອັນແທ້. ເມື່ອ​ເຈົ້າ​ຖືກ​ໃຊ້​ອອກ​ໄປ​ຊອກ​ສະແຫວງ​ຫາ ເຈົ້າ​ກໍ​ຈະ​ນຳ​ເອົາ​ຄຳຕອບ​ອັນ​ຖືກຕ້ອງ​ກັບຄືນ​ມາ.


ປັນຍາຈານ​ພະຍາຍາມ​ຄົ້ນຫາ​ຄຳເວົ້າ​ທີ່​ອອຍໃຈ, ແຕ່​ຄຳເວົ້າ​ຕ່າງໆ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ນັ້ນ​ເປັນ​ຄວາມຈິງ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka