ເຖິງຢ່າງໃດກໍຕາມ, ພຣະອົງໄດ້ສັນຍາກັບພໍ່ວ່າ ‘ເຈົ້າຈະມີລູກຊາຍຜູ້ໜຶ່ງ ຜູ້ທີ່ຈະປົກຄອງປະເທດຢ່າງສະຫງົບສຸກ ເພາະເຮົາຈະໃຫ້ລາວຢູ່ເຢັນເປັນສຸກພົ້ນຈາກສັດຕູທັງປວງ. ລາວຈະຊື່ວ່າ ໂຊໂລໂມນ ເພາະໃນອານາຈັກຂອງລາວ ເຮົາຈະໃຫ້ຊາດອິດສະຣາເອນຢູ່ເຢັນເປັນສຸກ ແລະມີຄວາມປອດໄພ.