Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:9 - ພຣະຄຳພີສັກສິ

9 ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນ​ຈາກ​ເຮົາ ຫລື ໄດ້​ເຫັນ​ໃນ​ເຮົາ ຈົ່ງ​ນໍາ​ເອົາ​ສິ່ງນັ້ນ​ໄປ​ປະຕິບັດ. ແລະ ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:9
36 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


“ບໍ່ແມ່ນ​ວ່າ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະບິດາ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


“ເປັນຫຍັງ​ເຈົ້າ​ທັງຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ​ຂ້າ ພຣະອົງເຈົ້າ​ຂ້າ’ ແຕ່​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກເຈົ້າ?


ພຣະອົງ​ຕອບ​ພວກເຂົາ​ວ່າ, “ແມ່​ແລະ​ນ້ອງ​ຂອງເຮົາ​ນັ້ນ ແມ່ນ​ຜູ້​ທີ່​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ.”


ເມື່ອ​ເຈົ້າ​ທັງຫລາຍ​ຮູ້​ຄວາມຈິງ​ນີ້​ແລ້ວ ພວກເຈົ້າ​ເຮັດ​ຕາມ ພວກເຈົ້າ​ກໍ​ເປັນ​ສຸກ.


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”


ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ໝັ່ນ​ຮຽນ​ເອົາ​ແລະ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ ແລະ​ເບິ່ງ​ຄົນ​ເຫຼົ່ານັ້ນ​ທີ່​ເຮັດ​ຕາມ​ແບບ​ຢ່າງ​ດຽວກັນ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເອົາໃຈໃສ່​ເຮັດ​ຕາມ​ແບບ​ຢ່າງ​ເຮົາ​ແລ້ວ​ນັ້ນ.


ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.


ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຈົ້າ​ທັງຫລາຍ​ໄດ້​ກາຍເປັນ​ຜູ້​ປະຕິບັດ​ຕາມ​ແບບຢ່າງ​ຄຣິສຕະຈັກ​ທັງຫລາຍ​ໃນ​ແຂວງ​ຢູດາຍ ຊຶ່ງ​ເປັນ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພາະວ່າ​ເຈົ້າ​ທັງຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ ເໝືອນ​ຄຣິສຕະຈັກ​ນັ້ນ ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ພວກ​ຢູດາ​ດ້ວຍ.


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ໃຫ້​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ໃນ​ພວກເຈົ້າ​ວ່າ ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ ແລະ​ຈະ​ສືບຕໍ່​ປະຕິບັດ​ຕາມ ສິ່ງ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ຢ່າ​ຫລອກລວງ​ຕົນເອງ ໂດຍ​ພຽງແຕ່​ຟັງ​ພຣະທຳ​ຂອງ​ພຣະເຈົ້າ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະທຳ​ນັ້ນ​ຢ່າງ​ແທ້ຈິງ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.


ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka