Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:8 - ພຣະຄຳພີສັກສິ

8 ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:8
67 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.


ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


“ພວກທ່ານ​ຕ້ອງ​ຢຸດຕິ​ການຕັດສິນ​ອັນ​ບໍ່​ຍຸດຕິທຳ ແລະ​ຕ້ອງ​ເຊົາ​ເປັນ​ພັກພວກ​ຂອງ​ຄົນຊົ່ວຮ້າຍ


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ຕາຊິງ​ຂີ້ຫລັກ. ພຣະອົງ​ດີໃຈ​ນຳ​ຜູ້​ທີ່​ຊັ່ງຕວງ​ຢ່າງ​ຖືກຕ້ອງ.


ເມຍ​ທີ່​ດີ​ນຳ​ກຽດສັກສີ​ມາ​ສູ່​ຜົວ, ແຕ່​ເມຍ​ທີ່​ຊົ່ວ​ກໍ​ເປັນ​ດັ່ງ​ກະດູກ​ມີ​ມະເຮັງ.


ພຣະເຈົ້າຢາເວ​ຢາກ​ໃຫ້​ຕາຊິງ​ກັບ​ການ​ວັດແທກ​ຖືກຕ້ອງ​ແລະ​ການ​ຄ້າຂາຍ​ເປັນທຳ.


ເມື່ອ​ມີ​ພໍ່​ທີ່​ສັດຊື່​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຮັດ​ໃຫ້​ລູກ​ຂອງຕົນ​ໄດ້​ຮັບ​ພຣະພອນ.


ເມຍ​ທີ່ດີ​ນັ້ນ ຍ່ອມ​ປະເສີດ​ກ່ວາ​ເພັດນິນຈິນດາ, ແຕ່​ຍາກ​ເຫຼືອ​ຫລາຍ​ທີ່​ຈະ​ໄດ້​ຍິງ​ເຊັ່ນນີ້.


ລາວ​ເວົ້າ​ວ່າ, “ຍິງ​ທີ່​ເປັນ​ເມຍ​ດີ​ນັ້ນ​ມີ​ຢູ່​ຫລາຍ​ຄົນ, ແຕ່​ເຈົ້າ​ເປັນ​ເມຍ​ທີ່​ດີກວ່າ​ຍິງ​ອື່ນໆ.”


ສິ່ງ​ທັງໝົດ​ທີ່​ນາງ​ໄດ້​ເຮັດ​ນັ້ນ ກໍ​ເປັນ​ທີ່​ໄວ້ວາງໃຈ ນາງ​ສົມຄວນ​ໄດ້​ຮັບ​ຄວາມນັບຖື​ຈາກ​ທຸກໆຄົນ.


ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.


ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.


ແລ້ວ​ພວກເຂົາ​ກໍ​ໃຊ້​ພວກ​ສິດ​ຂອງ​ພວກ​ຕົນ ພ້ອມ​ກັບ​ພັກພວກ​ຂອງ​ເຮໂຣດ​ບາງຄົນ ໄປ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ໂດຍ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ, ເພາະ​ທ່ານ​ບໍ່​ເຫັນ​ແກ່ໜ້າ​ຜູ້ໃດ.


ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


ແລະ​ເບິ່ງແມ! ມີ​ຊາຍ​ຄົນ​ໜຶ່ງ ຊື່​ໂຢເຊັບ ເປັນ​ສະມາຊິກ​ແຫ່ງ​ສານ​ສູງສຸດ ເພິ່ນ​ເປັນ​ຄົນ​ດີ​ແລະ​ສັດຊື່.


ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ​ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ​ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ນາຍຮ້ອຍ​ໂກເນລີໂອ​ເປັນ​ຄົນ​ສັດຊື່ ແລະ​ຢຳເກງ​ພຣະເຈົ້າ ທັງ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຊາວ​ຢິວ ເພິ່ນ​ຜູ້ນັ້ນ​ໄດ້​ຮັບ​ຄຳສັ່ງ​ຈາກ​ເທວະດາ​ບໍຣິສຸດ​ຕົນ​ໜຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງເພິ່ນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍຄຳ​ຈາກ​ທ່ານ.”


ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ເພິ່ນ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ ແລະ​ຢຶດຖື​ຕາມ​ກົດບັນຍັດ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມນັບຖື​ຢ່າງ​ສູງ ຈາກ​ຊາວ​ຢິວ​ທຸກຄົນ​ຢູ່​ໃນ​ເມືອງ​ນີ້,


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ດ້ວຍວ່າ, ພວກ​ຜູ້ປົກຄອງ​ນັ້ນ ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ດີ, ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ການ​ຊົ່ວ, ເຈົ້າ​ບໍ່​ຢາກ​ຢ້ານ​ຜູ້​ມີ​ສິດ​ອຳນາດ​ບໍ? ຖ້າດັ່ງນັ້ນ ໃຫ້​ເຈົ້າ​ເຮັດ​ແຕ່​ການ​ດີ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ເພິ່ນ.


ເມື່ອ​ຜູ້ໃດ​ບົວລະບັດ​ຮັບໃຊ້​ພຣະຄຣິດ​ໃນ​ທຳນອງນີ້ ກໍ​ເຮັດ​ໃຫ້​ພຣະເຈົ້າ​ຊົງ​ພໍພຣະໄທ ແລະ​ເຮັດ​ໃຫ້​ມະນຸດ​ເຫັນ​ດີ​ດ້ວຍ.


ຄົນ​ຢິວ​ແທ້​ຄື​ເປັນ​ຢິວ​ພາຍໃນ ແລະ​ການ​ຮັບ​ພິທີຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດໃຈ ຊຶ່ງ​ເປັນ​ຜົນ​ແຫ່ງ​ພຣະວິນຍານ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ, ຄົນ​ຢ່າງ​ນັ້ນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພຣະເຈົ້າ ບໍ່ແມ່ນ​ຈາກ​ມະນຸດ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ບັດນີ້ ພວກເຮົາ​ພາວັນນາ​ອະທິຖານ​ພຣະເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ເຮັດ​ຜິດ​ໃດໆ ອັນ​ນີ້​ບໍ່ແມ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເຖິງ​ທີ່​ສຳເລັດ​ແລ້ວ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ເຖິງ​ແມ່ນ​ວ່າ ເບິ່ງ​ເຮົາ​ຄື​ເປັນ​ຜູ້​ຫລົ້ມເຫລວ​ກໍຕາມ.


ທັງ​ເວລາ​ທີ່​ໄດ້​ຮັບ​ກຽດ ແລະ​ທັງ​ເວລາ​ຖືກ​ລົດ​ກຽດ, ທັງ​ເວລາ​ຖືກ​ໝິ່ນປະໝາດ ແລະ​ເວລາ​ຮັບ​ຄຳ​ຊົມເຊີຍ. ພວກເຮົາ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ຫລອກລວງ, ແຕ່​ຍັງ​ເປັນ​ຄົນ​ສັດຊື່​ຢູ່;


ພວກເຮົາ​ໄດ້​ໃຊ້​ພີ່ນ້ອງ​ຄົນ​ນັ້ນ ຜູ້​ທີ່​ຄຣິສຕະຈັກ​ທັງໝົດ​ໃຫ້​ຄວາມ​ໄວ້ວາງໃຈ ໃຫ້​ໄປ​ກັບ​ຕີໂຕ​ໃນ​ພາລະກິດ​ແຫ່ງ​ການ​ປະກາດ​ຂ່າວປະເສີດ.


ພວກເຮົາ​ມີ​ຈຸດປະສົງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ບໍ່ແມ່ນແຕ່​ຕໍ່ສາຍຕາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເທົ່ານັ້ນ, ແຕ່​ຕໍ່ສາຍຕາ​ຂອງ​ມະນຸດ​ດ້ວຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


ດ້ວຍວ່າ, ຜົນ​ຂອງ​ຄວາມ​ສະຫວ່າງ​ນັ້ນ ຄື​ຄຸນຄວາມດີ ຄວາມ​ຊອບທຳ ແລະ​ຄວາມຈິງ​ທຸກປະການ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ຢຶດໝັ້ນ​ເອົາ​ຄວາມຈິງ​ຄາດແອວ​ໄວ້ ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ປ້ອງກັນ​ເອິກ​ໄວ້​


ຈົ່ງ​ທ່ຽງທຳ​ແລະ​ສັດຊື່​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້​ໄດ້ ແລະ​ອາໄສ​ຢູ່​ທີ່​ນັ້ນ​ສືບໆໄປ.


ທ້າຍ​ສຸດ​ນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຊື່ນຊົມ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ. ການ​ທີ່​ເຮົາ​ຂຽນ​ຊໍ້າ​ຂໍ້​ຄວາມ ຊຶ່ງ​ເຮົາ​ໄດ້​ຂຽນ​ກ່ອນ​ໜ້າ​ນັ້ນ ບໍ່​ເປັນ​ສິ່ງ​ທີ່​ລຳບາກ​ແກ່​ເຮົາ​ດອກ ແຕ່​ເປັນ​ສິ່ງ​ທີ່​ປອດໄພ​ແກ່​ພວກເຈົ້າ​ຫລາຍ​ຂຶ້ນ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ເພື່ອ​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເອື່ອຍອີງ​ຄົນອື່ນ.


ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ລາວ​ຕ້ອງ​ເປັນ​ຄົນ​ສາມາດ​ນຳພາ​ຄອບຄົວ​ຂອງຕົນ​ໄດ້​ດີ ແລະ​ໃຫ້​ລູກ​ນ້ອມຟັງ​ດ້ວຍ​ຄວາມນັບຖື​ທຸກປະການ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.


ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ທຸກຢ່າງ.


ແຕ່​ໃຫ້​ເປັນ​ຄົນ​ມີ​ໃຈ​ສັດທາ​ເຫຼື້ອມໃສ​ຕ້ອນຮັບ​ແຂກ, ເປັນ​ຜູ້​ຮັກ​ຄວາມດີ, ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ຍຸດຕິທຳ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ,


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ໃຫ້​ຮຽນຮູ້​ທີ່​ຈະ​ເຮັດ​ການ​ດີ​ເໝືອນກັນ ເພື່ອ​ຈະ​ເປັນ​ປະໂຫຍດ​ເມື່ອ​ເຖິງ​ຄາວ​ຈຳເປັນ ແລະ​ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ບໍ່​ເກີດຜົນ.


ເພາະ​ໂດຍ​ຄວາມເຊື່ອ​ແບບ​ນີ້​ເອງ ທີ່​ຄົນ​ໃນ​ສະໄໝ​ບູຮານ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ​ແລະ​ດ້ວຍ​ປາກ​ເທົ່ານັ້ນ, ແຕ່​ຈົ່ງ​ສະແດງ​ຄວາມຮັກ​ອັນ​ແທ້ຈິງ​ດ້ວຍ​ການ​ກະທຳ.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ຣຸດ​ເອີຍ ບັດນີ້​ຢ່າ​ກັງວົນ​ເທາະ ຂ້ອຍ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ຮ້ອງ​ຂໍ ເພາະ​ທຸກຄົນ​ໃນ​ເມືອງ​ນີ້​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka