Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:7 - ພຣະຄຳພີສັກສິ

7 ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:7
43 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”


ໂຢບ​ເອີຍ ບັດນີ້​ຈົ່ງ​ຄືນດີ​ກັບ​ພຣະເຈົ້າ​ສາ ແລະ​ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ເຈົ້າ. ຢ່າ​ສູ່​ເຮັດ​ກັບ​ພຣະເຈົ້າ​ຄື​ພຣະອົງ​ເປັນ​ສັດຕູ​ໃດ ຖ້າ​ເຮັດ​ໄດ້ ພຣະອົງ​ກໍ​ຈະ​ອວຍພອນ​ເຈົ້າ.


ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.


ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.


ຄວາມ​ເຂົ້າໃຈ​ອັນ​ແທ້ຈິງ​ກັບ​ຄວາມ​ສະຫລາດ​ຈະ​ປົກປ້ອງ​ເຈົ້າ


ຢ່າ​ປະຖິ້ມ​ປັນຍາ ເພາະ​ປັນຍາ​ຈະ​ຄຸ້ມຄອງ​ເຈົ້າ​ໄວ້ ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ປອດໄພ.


ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ນຳພາ​ເມື່ອ​ເຈົ້າ​ເດີນທາງ ຄຸ້ມຄອງ​ເຈົ້າ​ຍາມ​ກາງຄືນ ແລະ​ແນະນຳ​ເຈົ້າ​ໃນ​ເວລາ​ກາງເວັນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.


ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


“ຖ້າ​ເຈົ້າ​ໄດ້​ເຮັດ​ແຕ່​ຕາມ​ຄຳສັ່ງ​ຂອງເຮົາ ແລ້ວ​ພອນ​ກໍ​ຈະ​ຫລັ່ງໄຫລ​ດັ່ງ​ສາຍ​ນໍ້າ​ບໍ່​ບົກແຫ້ງ. ແລ້ວ​ໄຊຊະນະ​ກໍ​ຈະ​ເປັນ​ຂອງ​ເຈົ້າ​ໃນທັນທີ ດັ່ງ​ຄື້ນ​ທະເລ​ທີ່​ຖືກ​ລົມ​ພັດ​ມາ​ເທິງ​ຊາຍຫາດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ປອດໄພ ຈະ​ບໍ່ມີ​ສຳລັບ​ພວກ​ຄົນຊົ່ວຮ້າຍ.”


ຫລັງຈາກ​ຂ້າພະເຈົ້າ​ໄດ້​ມອບ​ໜັງສື​ຊື້ຂາຍ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລ້ວ ຂ້າພະເຈົ້າ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ເອັນດູ ແລະ​ໂຜດ​ສັນຕິສຸກ​ແກ່​ພວກເຈົ້າ​ເຖີດ.”


ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ດ້ວຍວ່າ, ອານາຈັກ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເລື່ອງ​ການ​ກິນ​ແລະ​ການ​ດື່ມ, ແຕ່​ແມ່ນ​ເລື່ອງ​ຄວາມ​ຊອບທຳ, ສັນຕິສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີ ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ດ້ວຍວ່າ, ການ​ເອົາໃຈໃສ່​ຢູ່​ກັບ​ຝ່າຍ​ເນື້ອໜັງ ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະວິນຍານ​ນັ້ນ ກໍ​ຄື​ຊີວິດ​ແລະ​ສັນຕິສຸກ.


ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ທັງ​ຈະ​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ ຊຶ່ງ​ເກີນ​ຄວາມຮູ້ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍຣິບູນ ຂອງ​ພຣະເຈົ້າ​ທຸກປະການ.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.


ແລະ​ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໂຜດ​ປະທານ​ສາລະພັດ ທີ່​ພວກເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.


ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເປັນ​ບໍ່​ກຳເນີດ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຊົງ​ໂຜດ​ປະທານ​ສັນຕິສຸກ​ແກ່​ພວກເຈົ້າ​ໃນ​ທຸກຢ່າງ​ແລະ​ທຸກ​ເວລາ. ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka