ຟີລິບປອຍ 4:6 - ພຣະຄຳພີສັກສິ6 ຢ່າທຸກຮ້ອນໃຈດ້ວຍສິ່ງໃດເລີຍ ແຕ່ຈົ່ງທູນເລື່ອງຄວາມປາຖະໜາທຸກຢ່າງຂອງພວກເຈົ້າ ຕໍ່ພຣະເຈົ້າດ້ວຍການພາວັນນາອະທິຖານ ດ້ວຍການອ້ອນວອນທູນຂໍ ແລະດ້ວຍຈິດໃຈໂມທະນາຂອບພຣະຄຸນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ຢ່າກະວົນກະວາຍໃນສິ່ງໃດເລີຍ, ແຕ່ໃນທຸກສະຖານະການ ຈົ່ງຂໍທຸກສິ່ງທີ່ພວກເຈົ້າປາຖະໜານັ້ນຕໍ່ພຣະເຈົ້າ ດ້ວຍການອະທິຖານ ແລະ ອ້ອນວອນ ພ້ອມກັບການຂອບພຣະຄຸນ. Uka jalj uñjjattʼäta |
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.