Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:21 - ພຣະຄຳພີສັກສິ

21 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະເຢຊູຄຣິດເຈົ້າ. ບັນດາ​ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ສົ່ງ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:21
11 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.


ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:


ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,


ໂປໂລ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ. ເຖິງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka