Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:18 - ພຣະຄຳພີສັກສິ

18 ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:18
15 Jak'a apnaqawi uñst'ayäwi  

ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.


ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ເຮົາ​ໄດ້​ຍາດ​ຊິງ​ຄຣິສຕະຈັກ​ໜ່ວຍ​ອື່ນ​ດ້ວຍ​ການ​ຮັບ​ເງິນ​ບຳລຸງ​ຈາກ​ພວກເຂົາ ເພື່ອ​ມາ​ບົວລະບັດ​ພວກເຈົ້າ.


ເພາະວ່າ ການ​ຮັບໃຊ້​ໃນ​ການ​ບົວລະບັດ ບໍ່ແມ່ນ​ເປັນ​ການ​ຊ່ວຍ​ພວກ​ໄພ່ພົນ​ຂອງ​ພຣະອົງ ທີ່​ຂາດເຂີນ​ເທົ່ານັ້ນ, ແຕ່​ຍັງ​ເປັນ​ເຫດ​ໃຫ້​ມີ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຫລວງຫລາຍ​ອີກ​ດ້ວຍ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເຮົາ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ການ​ຕົກຕໍ່າ ແລະ​ຮູ້ຈັກ​ທີ່​ຈະ​ປະສົບ​ກັບ​ຄວາມ​ອຸດົມສົມບູນ ບໍ່​ວ່າ​ໃນ​ກໍລະນີ​ໃດໆ ເຮົາ​ໄດ້​ຮຽນຮູ້​ເຖິງ​ແງ່​ຄວາມ​ລັບ ທີ່​ຈະ​ປະສົບ​ກັບ​ຄວາມ​ອີ່ມທ້ອງ​ແລະ​ຄວາມ​ອຶດຢາກ ຄວາມ​ສົມບູນ​ພູນ​ສຸກ​ແລະ​ຄວາມ​ຂັດສົນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka