14 ເຖິງປານນັ້ນ ກໍເປັນຄວາມກະລຸນາຂອງເຈົ້າທັງຫລາຍ ທີ່ໄດ້ຮ່ວມທຸກກັບເຮົາ.
14 ເຖິງປານນັ້ນກໍເປັນຄວາມກະລຸນາຂອງພວກເຈົ້າທີ່ໄດ້ຮ່ວມທຸກກັບເຮົາ.
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການດີ ທີ່ເຈົ້າຕັ້ງໃຈຢາກສ້າງວິຫານສຳລັບເຮົາ,
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການຖືກຕ້ອງທີ່ເຈົ້າຢາກສ້າງວິຫານເພື່ອພຣະນາມຂອງເຮົາ,
ນາຍຂອງລາວກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’
ພວກສິດເຫຼົ່ານັ້ນ ກໍພໍໃຈທີ່ຈະເຮັດຢ່າງນັ້ນ ແລະທີ່ຈິງພວກເຂົາກໍເປັນໜີ້ພວກໄພ່ພົນເຫຼົ່ານັ້ນດ້ວຍ ເພາະວ່າຖ້າພວກເຂົາໄດ້ຮັບຄົນຕ່າງຊາດເຂົ້າສ່ວນໃນການຝ່າຍວິນຍານຈິດ ກໍເປັນການສົມຄວນທີ່ພວກຕ່າງຊາດນັ້ນ ຈະໄດ້ຊ່ວຍອຸປະຖຳສິດເຫຼົ່ານັ້ນ ດ້ວຍສິ່ງຂອງຝ່າຍເນື້ອກາຍ.
ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.
ເພາະວ່າ ເຮົາມີໃຈຮັກພວກເຈົ້າທຸກຄົນ ເຈົ້າທັງຫລາຍໄດ້ຮັບສ່ວນຮ່ວມໃນພຣະຄຸນດ້ວຍກັນກັບເຮົາ ໃນການທີ່ເຮົາຖືກຈຳຈອງ ແລະໃນການກ່າວປ້ອງກັນໃຫ້ຂ່າວປະເສີດນັ້ນຕັ້ງໝັ້ນຄົງຢູ່.
ເຮົາໄດ້ຮັບຄົບຈຳນວນ ແລະມີບໍຣິບູນຢູ່ແລ້ວ ເຮົາກໍອີ່ມເຕັມໃຈຢູ່ ເພາະໄດ້ຮັບຂອງຈາກເອປາໂຟດີໂຕ ຊຶ່ງເຈົ້າທັງຫລາຍສົ່ງໄປໃຫ້ ເປັນຂອງຖວາຍທີ່ມີກິ່ນຫອມຫວານ ເປັນເຄື່ອງບູຊາທີ່ຊົງໂຜດຮັບ ແລະເປັນທີ່ພໍພຣະໄທພຣະເຈົ້າ.
ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ເປັນຄົນຮັ່ງມີໃນການກະທຳດີ ມີໃຈເອື້ອເຟື້ອເພື່ອແຜ່ ແລະພ້ອມທີ່ຈະແບ່ງປັນໃຫ້ຄົນອື່ນ.
ບາງເທື່ອ ພວກເຈົ້າກໍຖືກຄົນໝິ່ນປະໝາດປະຈານຂາຍໜ້າ ແລະຖືກຄົນຂົ່ມເຫັງໃຫ້ປະຊາຊົນເບິ່ງ ແລະບາງເທື່ອ ພວກເຈົ້າກໍໄດ້ເຂົ້າຮ່ວມທຸກກັບຄົນທີ່ຖືກການຢ່າງດຽວກັນນັ້ນ.
ພວກເຈົ້າໄດ້ເຂົ້າສ່ວນທົນທຸກກັບຄົນທີ່ຖືກຄຸມຂັງ ແລະເມື່ອມີຄົນປຸ້ນເອົາຊັບສິ່ງຂອງ ຂອງພວກເຈົ້າໄປ ພວກເຈົ້າກໍຍອມໃຫ້ເຂົາເອົາໄປດ້ວຍໃຈຍິນດີ ເພາະພວກເຈົ້າຮູ້ແລ້ວວ່າຕົນຍັງມີສິ່ງທີ່ດີກວ່າ ແລະຕັ້ງຢູ່ຕະຫລອດໄປເປັນນິດ.
ຢ່າລືມທີ່ຈະເຮັດຄຸນງາມຄວາມດີ ແລະຊ່ວຍເຫລືອຊຶ່ງກັນແລະກັນ ເພາະເຄື່ອງບູຊາຢ່າງນີ້ແຫຼະ ເປັນທີ່ພໍພຣະໄທພຣະເຈົ້າ.
ຂ້າພະເຈົ້າ ຄືໂຢຮັນພີ່ນ້ອງຂອງເຈົ້າທັງຫລາຍ ຜູ້ເປັນເພື່ອນຮ່ວມໃນຄວາມຍາກລຳບາກ ຮ່ວມຣາຊອານາຈັກ ແລະຮ່ວມຄວາມພຽນອົດທົນ ຊຶ່ງເປັນປະສົບການໃນພຣະເຢຊູເຈົ້າ. ຂ້າພະເຈົ້າຖືກປ່ອຍໄວ້ທີ່ເກາະປັດໂມ ເພາະໄດ້ປະກາດພຣະທຳຂອງພຣະເຈົ້າ ແລະເນື່ອງດ້ວຍການເປັນພະຍານຝ່າຍພຣະເຢຊູເຈົ້າ.