13 ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ.
13 ເຮົາສາມາດເຮັດທຸກສິ່ງໄດ້ໂດຍພຣະອົງຜູ້ໃຫ້ກຳລັງແກ່ເຮົາ.
ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ວຍເຫຼືອໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ.
ພວກເຂົາຈະກ່າວຕໍ່ເຮົາວ່າ, ‘ໂດຍພຣະເຈົ້າຢາເວແຕ່ອົງດຽວ ພົບຄວາມຊອບທຳແລະກຳລັງ,’ ແຕ່ທຸກຄົນທີ່ຄຽດແຄ້ນຕໍ່ສູ້ເຮົາ ກໍຈະມາຫາເຮົາ ແລະຈະຖືກອັບອາຍຂາຍໜ້າ.
ພຣະເຢຊູເຈົ້າຕອບວ່າ, “ມາແມ.” ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອຍ່າງເທິງໜ້ານໍ້າໄປຫາພຣະເຢຊູເຈົ້າ.
ຖ້າເຈົ້າທັງຫລາຍເຂົ້າສະໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວສິ່ງນັ້ນຈະເກີດມີແກ່ພວກເຈົ້າ.
ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ພວກເຈົ້າ ໂດຍເດດພຣະວິນຍານຕາມຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ,
ສຸດທ້າຍນີ້ ຂໍໃຫ້ພວກເຈົ້າຈົ່ງມີກຳລັງເພີ່ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ.
ຂໍໃຫ້ພວກເຈົ້າມີກຳລັງເຂັ້ມແຂງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອວ່າພວກເຈົ້າຈະສາມາດອົດທົນຕໍ່ທຸກສິ່ງໄດ້ ແລະມີຄວາມໝັ່ນພຽນດ້ວຍຄວາມຍິນດີ.
ເຮົາໂມທະນາຂອບພຣະຄຸນພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຜູ້ຊົງໂຜດຊູກຳລັງເຮົາ. ດ້ວຍວ່າ, ພຣະອົງຊົງຖືເຮົາວ່າເປັນຜູ້ສັດຊື່ ແລະແຕ່ງຕັ້ງເຮົາໃຫ້ເປັນຜູ້ຮັບໃຊ້ພຣະອົງ,