ຟີລິບປອຍ 2:9 - ພຣະຄຳພີສັກສິ9 ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງ ຂຶ້ນເຖິງທີ່ສູງສຸດ ແລະ ໄດ້ຊົງປະທານພຣະນາມນັ້ນ ຊຶ່ງຢູ່ເໜືອນາມທັງປວງໃຫ້ແກ່ພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ຍົກພຣະອົງຂຶ້ນສູ່ທີ່ສູງສຸດ ແລະ ມອບນາມແກ່ພຣະອົງ ເຊິ່ງເປັນນາມທີ່ຢູ່ເໜືອນາມທັງປວງ, Uka jalj uñjjattʼäta |
ບັດນີ້ ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ຕໍ່ໄປອີກແລ້ວ ແຕ່ພວກເຂົາຍັງຈະຢູ່ໃນໂລກນີ້ ດຽວນີ້ຂ້ານ້ອຍໃກ້ຈະເມືອຫາພຣະອົງ. ໂອ ພຣະບິດາເຈົ້າຜູ້ບໍຣິສຸດເອີຍ ຂໍໂຜດພິທັກຮັກສາພວກເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ເພື່ອວ່າພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົານັ້ນ ຂ້ານ້ອຍກໍໄດ້ປົກປັກຮັກສາພວກເຂົາໄວ້ ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ປົກປ້ອງພວກເຂົາໄວ້ ແລະບໍ່ມີຜູ້ໃດໃນພວກເຂົາໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ທີ່ຖືກໝາຍໄວ້ສຳລັບຄວາມຈິບຫາຍ ເພື່ອຈະໄດ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ.
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.