ຟີລິບປອຍ 2:8 - ພຣະຄຳພີສັກສິ8 ແລະເມື່ອຊົງປາກົດພຣະອົງ ໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ. ຍອມເຊື່ອຟັງຈົນເຖິງຄວາມມໍຣະນາ ຄືເຖິງຄວາມມໍຣະນາທີ່ໄມ້ກາງແຂນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ແລະ ເມື່ອປາກົດໃນຮ່າງມະນຸດ, ພຣະອົງໄດ້ຖ່ອມພຣະອົງເອງລົງ ໂດຍຍອມເຊື່ອຟັງຈົນເຖິງຄວາມຕາຍ ແມ່ນແຕ່ຄວາມຕາຍເທິງໄມ້ກາງແຂນ! Uka jalj uñjjattʼäta |
ຢ່າປ່ອຍຊາກສົບແຂວນໄວ້ຈົນຮອດກາງຄືນ. ໃຫ້ຝັງຊາກສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະຊາກສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນຳຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງຊາກສົບນັ້ນສາ ເພື່ອບໍ່ເປັນການນຳການສາບແຊ່ງມາສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.”
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.