Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 2:2 - ພຣະຄຳພີສັກສິ

2 ກໍ​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຄວາມ​ຍິນດີ​ຂອງເຮົາ​ຄົບເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ມີ​ຄວາມຮັກ​ຢ່າງ​ດຽວກັນ ມີ​ໃຈ​ຮ່ວມ​ສາມັກຄີ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.

Uka jalj uñjjattʼäta Copia luraña




ຟີລິບປອຍ 2:2
28 Jak'a apnaqawi uñst'ayäwi  

ເພາະ​ເຫັນ​ແກ່​ໝູ່ເພື່ອນ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈຶ່ງ​ກ່າວ​ກັບ​ນະຄອນ​ເຢຣູຊາເລັມ ວ່າ, “ຈົ່ງ​ມີ​ຄວາມ​ສະຫງົບສຸກ​ເຖີດ.”


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ຄົນ​ເຫຼົ່ານີ້​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ພາວັນນາ​ອະທິຖານ​ປະຈຳ​ສະໝໍ່າ​ສະເໝີ ໂດຍ​ມີ​ພວກ​ແມ່ຍິງ ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ກໍ​ຮ່ວມ​ຢູ່​ດ້ວຍ.


ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ ບັນດາ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທັງໝົດ​ໃນ​ທີ່ນັ້ນ ກໍ​ມາ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ດຽວ.


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.


ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຢ່າ​ຄິດ​ອວດໃຫຍ່​ໃຝ່ສູງ ຈົ່ງ​ຮັບຮູ້​ຄົນ​ສາມັນ​ຕໍ່າຕ້ອຍ. ແລະ​ຢ່າ​ຖື​ວ່າ​ຕົນ​ເປັນ​ຄົນ​ສະຫລາດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.


ແລະ​ບໍ່​ພຽງແຕ່​ການ​ມາ​ຂອງ​ຕີໂຕ​ເທົ່ານັ້ນ, ແຕ່​ດ້ວຍ​ການ​ທີ່​ພວກເຈົ້າ​ໄດ້​ຊູໃຈ​ຂອງ​ຕີໂຕ​ອີກ​ດ້ວຍ ຕາມ​ທີ່​ຕີໂຕ​ໄດ້​ມາ​ເລົ່າ​ໃຫ້​ຟັງ​ເຖິງ​ຄວາມ​ອາໄລ ແລະ​ຄວາມ​ໂສກເສົ້າ​ຂອງ​ເຈົ້າ​ທັງຫລາຍ ກັບ​ທັງ​ໃຈ​ຮ້ອນຮົນ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທະວີ​ຂຶ້ນ.


ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ,


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ​ສຸກທຸກ​ຂອງ​ພວກເຈົ້າ​ໂດຍ​ແທ້.


ເຮົາ​ຂໍ​ເຕືອນ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ຖືກຕ້ອງ​ປອງດອງ​ກັນ ເໝືອນ​ຢ່າງ​ເອື້ອຍ​ນ້ອງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


ພວກ​ພີ່ນ້ອງ ຜູ້​ທີ່​ເປັນ​ທີ່ຮັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ທຸກ​ເວລາ ເພາະວ່າ​ພຣະເຈົ້າ​ຊົງ​ເລືອກ​ພວກເຈົ້າ​ໄວ້​ຕັ້ງແຕ່​ຕົ້ນເດີມ ເພື່ອ​ໂຜດ​ໃຫ້​ພົ້ນ​ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ ອົງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ແລະ​ໂດຍ​ພວກເຈົ້າ​ເຊື່ອ​ໃນ​ຄວາມຈິງ.


ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.


ດັ່ງນັ້ນ ນ້ອງ​ເອີຍ ຂໍ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ເຈົ້າ​ໃນ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງເຮົາ​ສົດຊື່ນ​ຂຶ້ນ​ໃນ​ພຣະຄຣິດ.


ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ​ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.


ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka