Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 2:19 - ພຣະຄຳພີສັກສິ

19 ຖ້າ​ເປັນ​ນໍ້າພຣະໄທ​ຂອງ​ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຟີລິບປອຍ 2:19
22 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.


ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”


ຕີໂມທຽວ ເພື່ອນ​ຮ່ວມງານ​ຂອງເຮົາ ພ້ອມ​ທັງ​ທ່ານ​ລູກີໂອຢາໂຊນ ແລະ ໂຊຊີປາໂທ ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ.


ເພາະ​ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ໃຊ້​ຕີໂມທຽວ ລູກ​ທີ່ຮັກ​ຂອງເຮົາ ຜູ້​ເປັນ​ຄົນ​ສັດຊື່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ຊ່ວຍ​ເຕືອນ​ພວກເຈົ້າ ເຖິງ​ຫລັກ​ການ​ດຳເນີນ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ ຕາມ​ທີ່​ເຮົາ​ເຄີຍ​ສັ່ງສອນ​ໃນ​ຄຣິສຕະຈັກ​ຕ່າງໆ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ຊຶ່ງ​ເຈົ້າ​ທັງຫລາຍ​ກໍ​ຄວນ​ຈະ​ຍິນດີ​ດ້ວຍ​ກັນ​ກັບ​ເຮົາ ແລະ​ຊື່ນຊົມ​ດ້ວຍ​ຢ່າງ​ດຽວກັນ.


ສະນັ້ນ ເຮົາ​ຈຶ່ງ​ຟ້າວ​ໃຊ້​ເພິ່ນ​ກັບຄືນ​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ດີໃຈ​ຕື່ມ​ອີກ​ເມື່ອ​ເຫັນ​ເພິ່ນ ແລະ​ຄວາມ​ທຸກໃຈ​ຂອງເຮົາ​ກໍ​ຈະ​ເບົາບາງ​ລົງ.


ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,


ດ້ວຍເຫດນີ້ ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍຖ້າ​ບໍ່ໄດ້​ອີກ​ແລ້ວ ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະ​ເຮົາ​ຢ້ານ​ວ່າ​ຜູ້ລໍ້ລວງ​ຈະ​ທົດລອງ​ພວກເຈົ້າ​ແລ້ວ ດ້ວຍ​ປະການ​ໃດ​ປະການ​ໜຶ່ງ ແລະ​ພາລະກິດ​ທັງ​ສິ້ນ​ທີ່​ພວກເຮົາ​ໄດ້​ກະທຳ​ໄປ​ນັ້ນ ກໍ​ຈະ​ເສຍ​ປະໂຫຍດ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ແທນ​ທີ່​ຈະ​ເວົ້າ​ດັ່ງນັ້ນ ພວກເຈົ້າ​ຄວນ​ເວົ້າ​ດັ່ງນີ້, “ຖ້າ​ພຣະເຈົ້າ​ພໍພຣະໄທ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ແລະ​ຈະ​ເຮັດ​ສິ່ງນັ້ນ ຫຼື​ສິ່ງນີ້.”


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka