ຟີລິບປອຍ 2:13 - ພຣະຄຳພີສັກສິ13 ເພາະວ່າແມ່ນພຣະເຈົ້າ ເປັນຜູ້ຊົງກະທຳການຢູ່ພາຍໃນເຈົ້າທັງຫລາຍໃຫ້ມີໃຈປາຖະໜາ ແລະໃຫ້ເຮັດໄປເພື່ອເປັນທີ່ພໍພຣະໄທຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ເພາະວ່າແມ່ນພຣະເຈົ້າເປັນຜູ້ກະທຳການຢູ່ພາຍໃນພວກເຈົ້າ ເພື່ອໃຫ້ພວກເຈົ້າຕັ້ງໃຈ ແລະ ການກະທຳເພື່ອໃຫ້ບັນລຸຈຸດປະສົງອັນດີຂອງພຣະອົງ. Uka jalj uñjjattʼäta |
ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.
ເພາະສະນັ້ນ ພວກເຮົາຈຶ່ງພາວັນນາອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງພວກເຮົາ ໂຜດເຮັດໃຫ້ຊີວິດຂອງພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງພຣະອົງ ຂໍພຣະອົງໂຜດໃຫ້ຄວາມປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ.