Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 2:10 - ພຣະຄຳພີສັກສິ

10 ເພື່ອ​ເພາະ​ພຣະນາມ​ນັ້ນ ທຸກ​ຫົວເຂົ່າ​ໃນ​ສະຫວັນ ເທິງ​ແຜ່ນດິນ​ໂລກ ແລະ​ໃຕ້​ພື້ນດິນ​ກໍດີ ຈະ​ຄຸເຂົ່າ​ລົງ ຂາບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເພື່ອ​ທຸກ​ຫົວເຂົ່າ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ ແລະ ໃຕ້​ແຜ່ນດິນໂລກ​ຈະ​ຄຸເຂົ່າ​ລົງ​ຕໍ່​ນາມ​ຂອງ​ພຣະເຢຊູເຈົ້າ,

Uka jalj uñjjattʼäta Copia luraña




ຟີລິບປອຍ 2:10
17 Jak'a apnaqawi uñst'ayäwi  

ກະສັດ​ໃຫ້​ລາວ​ຂີ່​ລົດ​ປະຈຳ​ຕຳແໜ່ງ​ຄັນ​ຮອງ​ມາ​ຈາກ​ເພິ່ນ ແລະ​ທະຫານ​ປ້ອງກັນ​ຕົວ​ກໍ​ຮ້ອງ​ປະກາດ​ວ່າ, “ຫລີກ​ທາງ! ຫລີກ​ທາງ!” ນີ້​ຄື​ໂຢເຊັບ​ຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້.


ຈົ່ງ​ເຂົ້າ​ມາ​ກົ້ມຂາບ​ນະມັດສະການ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະຜູ້​ສ້າງ​ຂອງ​ພວກເຮົາ ຄື​ພຣະເຈົ້າຢາເວ.


ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ.


ພວກເຂົາ​ໄດ້​ເອົາ​ເຄືອ​ໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ ສຸບ​ໃສ່​ຫົວ​ຂອງ​ພຣະອົງ ແລະ​ເອົາ​ໄມ້ອໍ້​ໃສ່​ມື​ເບື້ອງ​ຂວາ​ໃຫ້​ພຣະອົງ​ຖື ແລ້ວ​ພວກເຂົາ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ເຢາະເຢີ້ຍ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ແລ້ວ​ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງ​ໃດ? ກໍ​ຕອບ​ວ່າ​ຢ່າງ​ນີ້, “ເຮົາ​ຍັງ​ມີ​ຄົນ​ເຫຼືອ​ຢູ່​ສຳລັບ​ເຮົາ​ເຈັດພັນ​ຄົນ ຜູ້​ທີ່​ບໍ່ໄດ້​ຄຸເຂົ່າ​ລົງ​ຂາບໄຫວ້​ຮູບ​ບາອານ.”


ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,


ທີ່​ກ່າວ​ວ່າ, “ພຣະອົງ​ໄດ້​ສະເດັດ​ຂຶ້ນ​ເມືອ” ນັ້ນ ຈະ​ໝາຍ​ຄວາມ​ຢ່າງ​ອື່ນ​ບໍ່ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ສະເດັດ​ລົງ​ໄປ​ສູ່​ເບື້ອງ​ຕໍ່າ​ຂອງ​ແຜ່ນດິນ​ໂລກ​ແລ້ວ​ດ້ວຍ.


ແລະ​ອີກ​ຄັ້ງ​ໜຶ່ງ ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ນັ້ນ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ ຕ້ອງ​ນ້ອມ​ນະມັດສະການ​ ຂາບໄຫວ້​ພຣະອົງ.”


ທະເລ​ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ທ້ອງ​ທະເລ​ຄືນ​ມາ. ຄວາມ​ຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ສົ່ງ​ຄົນ​ທັງຫລາຍ​ໃນ​ທີ່ນັ້ນ​ຄືນ​ມາ​ເໝືອນກັນ. ພວກເຂົາ​ທັງໝົດ​ໄດ້​ຖືກ​ຕັດສິນ ຕາມ​ການ​ກະທຳ​ຂອງ​ພວກ​ຕົນ​ທຸກຄົນ.


ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,


ແຕ່​ບໍ່ມີ​ຜູ້ໃດ​ໃນ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ໃຕ້​ພື້ນ​ໂລກ ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ແລະ​ເບິ່ງ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka