Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:7 - ພຣະຄຳພີສັກສິ

7 ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.

Uka jalj uñjjattʼäta Copia luraña




ຟີລິບປອຍ 1:7
34 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຮູ້​ແຕ່​ວ່າ​ຢູ່​ໃນ​ທຸກ​ເມືອງ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ ຄົນ​ຈະ​ຈັບ​ຂ້າພະເຈົ້າ​ໃສ່​ຄຸກ ແລະ​ຈະ​ສ້າງ​ຄວາມ​ລຳບາກ​ອັນ​ໃຫຍ່ຫລວງ​ໃຫ້​ແກ່​ຂ້າພະເຈົ້າ.


ດັ່ງນັ້ນ ນາຍພັນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ໂປໂລ ແລະ​ຈັບ​ເພິ່ນ ໂດຍ​ສັ່ງ​ໃຫ້​ທະຫານ​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້ ແລ້ວ​ນາຍພັນ​ກໍ​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ? ແລະ​ໄດ້​ເຮັດ​ຫຍັງ​ແດ່?”


ຄວາມຮັກ​ສູ້ທົນ​ທຸກສິ່ງ ເຊື່ອ​ທຸກສິ່ງ ໄວ້ວາງໃຈ​ໃນ​ທຸກສິ່ງ ແລະ​ພຽນທົນ​ເອົາ​ທຸກສິ່ງ.


ເຮົາ​ເຮັດ​ສິ່ງ​ທັງໝົດ​ທີ່​ໄດ້​ກ່າວ​ມາ​ນັ້ນ ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ຮັບສ່ວນ​ໃນ​ຂ່າວປະເສີດ​ນັ້ນ.


ແມ່ນ​ພວກເຈົ້າ​ເອງ​ທີ່​ເປັນ​ໜັງສື​ແນະນຳ​ຕົວ​ສຳລັບ​ພວກເຮົາ ຊຶ່ງ​ຈາລຶກ​ໄວ້​ໃສ່​ຫົວໃຈ​ຂອງ​ພວກເຮົາ​ໃຫ້​ທຸກຄົນ​ໄດ້​ຮູ້​ແລະ​ໄດ້​ອ່ານ


ເຮົາ​ກ່າວ​ຢ່າງ​ນີ້ ກໍ​ບໍ່ແມ່ນ​ເພື່ອ​ຈະ​ໃສ່​ໂທດ​ພວກເຈົ້າ ເພາະ​ເຮົາ​ໄດ້​ບອກ​ແລ້ວ​ວ່າ, ເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງເຮົາ ຄື​ຈະ​ຕາຍ ຫລື​ຈະ​ເປັນ​ກໍ​ຢູ່​ດ້ວຍ​ກັນ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ຍ້ອນ​ຂ່າວປະເສີດ​ນີ້​ແຫຼະ ຂ້າພະເຈົ້າ​ຈຶ່ງ​ເປັນ​ຣາຊທູດ​ຜູ້​ຕິດ​ໂສ້​ຢູ່ ເພື່ອ​ຂ້າພະເຈົ້າ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ ດ້ວຍ​ໃຈ​ກ້າຫານ​ຕາມ​ທີ່​ຂ້າພະເຈົ້າ​ຄວນ​ຈະ​ກ່າວ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຫດການ​ທີ່​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ໃຫ້​ຂ່າວປະເສີດ​ແຜ່​ຂະຫຍາຍ​ອອກ​ໄປ.


ຜົນ​ທີ່​ປາກົດ ຄື​ທະຫານ​ທຸກຄົນ ແລະ​ຜູ້​ຄຸມຂັງ​ພ້ອມ​ກັບ​ຄົນອື່ນໆ​ທັງໝົດ ກໍ​ຮູ້​ເລື່ອງ​ຂອງເຮົາ​ວ່າ ເຮົາ​ຖືກ​ຄຸກ​ຢູ່​ນີ້ ຍ້ອນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ຍ້ອນ​ການ​ຖືກ​ຄຸກ​ຂອງເຮົາ ພີ່ນ້ອງ​ຫລາຍ​ຄົນ​ຈຶ່ງ​ມີ​ຄວາມ​ໝັ້ນໃຈ​ຍິ່ງ​ຂຶ້ນ ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ໃຫ້​ພວກເຂົາ​ມີ​ໃຈ​ກ້າຫານ​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ​ຢ່າງ​ບໍ່​ຢ້ານກົວ.


ເພາະ​ການ​ທີ່​ພວກເຈົ້າ​ໄດ້​ຊ່ວຍເຫລືອ​ເຮົາ ໃນ​ພາລະກິດ​ແຫ່ງ​ຂ່າວປະເສີດ​ຕັ້ງແຕ່​ຕົ້ນ​ຈົນເຖິງ​ບັດນີ້.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ເຖິງ​ປານນັ້ນ ກໍ​ເປັນ​ຄວາມ​ກະລຸນາ​ຂອງ​ເຈົ້າ​ທັງຫລາຍ ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.


ພວກເຈົ້າ​ຊາວ​ຟີລິບປອຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ.


ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.


ເພາະວ່າ​ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ ເປັນ​ລູກ​ຂອງ​ກາງເວັນ ພວກເຮົາ​ບໍ່​ເປັນ​ຝ່າຍ​ກາງຄືນ ຫລື​ຝ່າຍ​ຄວາມມືດ.


ເຫດສະນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ຫລື​ຝ່າຍ​ຕົວ​ເຮົາ​ທີ່​ຖືກ​ຈຳຈອງ​ຢູ່​ເພາະ​ເຫັນ​ແກ່​ພຣະອົງ ແຕ່​ຈົ່ງ​ມີ​ສ່ວນ​ໃນ​ການ​ລຳບາກ ເພື່ອ​ເຫັນ​ແກ່​ຂ່າວປະເສີດ ໂດຍ​ອາໄສ​ຣິດອຳນາດ​ແຫ່ງ​ພຣະເຈົ້າ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ລາວ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ແທນ​ເຈົ້າ ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ​ນັ້ນ.


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ທີ່​ໄດ້​ມີ​ສ່ວນ​ຮ່ວມ ໃນ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ, ເພື່ອ​ວ່າ ເມື່ອ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ຂຶ້ນ ພວກເຈົ້າ​ກໍ​ຈະ​ໄດ້​ຊົມຊື່ນ​ຍິນດີ​ຢ່າງ​ຫລວງຫລາຍ​ເໝືອນກັນ.


ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,


ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.


ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka