Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:30 - ພຣະຄຳພີສັກສິ

30 ບັດນີ້ ພວກເຈົ້າ​ມີ​ສ່ວນ​ກັບ​ເຮົາ​ໃນ​ການ​ຕໍ່ສູ້ ເປັນ​ການ​ຕໍ່ສູ້​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ໃນ​ອະດີດ ແລະ​ດັ່ງ​ທີ່​ເຮົາ​ຍັງ​ຕໍ່ສູ້​ຢູ່​ໃນ​ເວລາ​ນີ້ ຕາມ​ທີ່​ພວກເຈົ້າ​ຮູ້​ມາ​ແລ້ວ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

30 ເພາະ​ພວກເຈົ້າ​ເອງ​ກໍ​ກຳລັງ​ຕໍ່ສູ້​ຢ່າງ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ແລ້ວ ແລະ ບັດນີ້ ພວກເຈົ້າ​ກໍ​ໄດ້​ຍິນ​ວ່າ​ເຮົາ​ກໍ​ຍັງ​ຕໍ່ສູ້​ຢູ່.

Uka jalj uñjjattʼäta Copia luraña




ຟີລິບປອຍ 1:30
21 Jak'a apnaqawi uñst'ayäwi  

ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ຜົນ​ທີ່​ປາກົດ ຄື​ທະຫານ​ທຸກຄົນ ແລະ​ຜູ້​ຄຸມຂັງ​ພ້ອມ​ກັບ​ຄົນອື່ນໆ​ທັງໝົດ ກໍ​ຮູ້​ເລື່ອງ​ຂອງເຮົາ​ວ່າ ເຮົາ​ຖືກ​ຄຸກ​ຢູ່​ນີ້ ຍ້ອນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ.


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka