Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:27 - ພຣະຄຳພີສັກສິ

27 ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

27 ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ

Uka jalj uñjjattʼäta Copia luraña




ຟີລິບປອຍ 1:27
53 Jak'a apnaqawi uñst'ayäwi  

ໂຢອາບ​ເວົ້າ​ກັບ​ລາວ​ວ່າ, “ຖ້າ​ເຈົ້າ​ເຫັນ​ວ່າ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ. ແຕ່​ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ທີ່​ໄດ້​ສ້ອມແປງ​ຂຶ້ນໃໝ່ ຊຶ່ງ​ເປັນ​ລະບຽບ​ຮຽບຮ້ອຍ​ສະອາດ​ງາມຕາ.


ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ໂຕ້ຖຽງ​ຄະດີ​ໃຫ້​ພວກເຂົາ ແລະ​ຂົມຂູ່​ເອົາ​ຊີວິດ​ຄົນ​ທີ່​ຂົມຂູ່​ຊີວິດ​ພວກເຂົາ​ນັ້ນ.


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ພຣະເຢຊູເຈົ້າ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ​ທີ່​ແຕກແຍກ​ຕໍ່ສູ້ ຊຶ່ງກັນແລະກັນ ກໍ​ຈະ​ພິນາດ​ຈິບຫາຍ, ເມືອງ​ໃດ​ຫລື​ຄອບຄົວ​ໃດ​ທີ່​ແຕກແຍກ​ກັນ ຈະ​ຕັ້ງໝັ້ນຄົງ​ຢູ່​ບໍ່ໄດ້.


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ຫລາຍ​ວັນ​ຕໍ່ມາ ເຟລິກ​ກໍ​ມາ​ກັບ​ດູຊີນລາ ເມຍ​ຂອງຕົນ​ຜູ້​ເປັນ​ຄົນ​ຢິວ, ເພິ່ນ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ໂປໂລ ເພື່ອ​ຈະ​ຟັງ​ໂປໂລ​ເວົ້າ​ເລື່ອງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.


ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ເຮົາ​ຮູ້​ແນ່​ວ່າ ເມື່ອ​ເຮົາ​ມາ​ຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພຣະພອນ​ອັນ​ບໍຣິບູນ​ຂອງ​ພຣະຄຣິດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວລະບັດ​ນັ້ນ ພວກເຂົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງຫລາຍ​ຍອມ​ຟັງ ແລະ​ຕັ້ງໃຈ​ຢູ່​ໃນ​ອຳນາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ແລະ​ເພາະ​ເຫດ​ພວກເຈົ້າ​ໄດ້​ແຈກຈ່າຍ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທັງປວງ​ດ້ວຍ​ໃຈ​ກວ້າງຂວາງ.


ຕາມ​ທີ່​ຈິງ​ແລ້ວ “ຂ່າວປະເສີດ​ຢ່າງ​ອື່ນ” ບໍ່ມີ ແຕ່​ທີ່​ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພາະວ່າ​ມີ​ບາງຄົນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ວຸ້ນວາຍ​ໃຈ ແລະ​ຫາ​ທາງ​ປ່ຽນແປງ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ເຫດສະນັ້ນ ເມື່ອ​ເຮົາ​ໄດ້ຍິນ​ວ່າ ພວກເຈົ້າ​ວາງໃຈເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລະ​ຮັກ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ,


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ເພາະ​ການ​ທີ່​ພວກເຈົ້າ​ໄດ້​ຊ່ວຍເຫລືອ​ເຮົາ ໃນ​ພາລະກິດ​ແຫ່ງ​ຂ່າວປະເສີດ​ຕັ້ງແຕ່​ຕົ້ນ​ຈົນເຖິງ​ບັດນີ້.


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ຝ່າຍ​ເຮົາ​ກໍ​ວາງ​ໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້​ເໝືອນກັນ.


ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດນີ້ ເຮົາ​ກໍ​ຂໍ​ບອກ​ຊໍ້າ​ອີກ​ດ້ວຍ​ນໍ້າຕາ​ໄຫລ​ວ່າ ມີ​ຫລາຍ​ຄົນ​ທີ່​ດຳເນີນ​ຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດ.


ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງຫລາຍ​ນັ້ນ​ຢູ່​ໃນ​ສະຫວັນ ແລະ​ຄອງຄອຍ​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຊຶ່ງ​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ອົງ​ພຣະເຢຊູ​ຄຣິດເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.


ດ້ວຍວ່າ, ພວກເຮົາ​ໄດ້ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ແລະ​ເຖິງ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ ທີ່​ມີ​ຕໍ່​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ.


ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ຢ່າ​ໃຫ້​ເປັນ​ຄົນ​ລັກ​ໂລບ​ເຊື່ອງບັງ​ສິ່ງໃດ ແຕ່​ໃຫ້​ສັດຊື່​ສຸດຈະຣິດ​ໃນ​ທຸກສິ່ງ ເພື່ອ​ວ່າ​ໃນ​ການ​ທັງປວງ​ນັ້ນ ເຂົາ​ຈະ​ໄດ້​ເທີດທູນ​ພຣະ​ກຽດ​ຄຳສອນ​ເລື່ອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ.


ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເລື່ອງ​ຄວາມຮັກ​ແລະ​ຄວາມເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ອົງ​ພຣະເຢຊູເຈົ້າ ແລະ​ຕໍ່​ບັນດາ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ຜູ້​ທີ່​ສ້າງ​ສັນຕິສຸກ ກໍ​ຫວ່ານ​ຢ່າງ​ສັນຕິສຸກ ແລະ​ໝາກ​ຜົນ​ທີ່​ເກັບກ່ຽວ​ນັ້ນ ກໍ​ຄື​ຄວາມ​ຊອບທຳ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.


ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka