Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:23 - ພຣະຄຳພີສັກສິ

23 ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,

Uka jalj uñjjattʼäta Copia luraña




ຟີລິບປອຍ 1:23
24 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.


ແຕ່​ພຣະເຈົ້າ​ຈະ​ກອບກູ້​ເອົາ​ຂ້ານ້ອຍ​ແລະ​ຈະ​ຊ່ວຍຊູ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຣິດອຳນາດ​ຂອງ​ຄວາມຕາຍ​ໄດ້.


ເຮົາ​ຈະ​ຕ້ອງ​ຮັບ​ບັບຕິສະມາ​ຢາງ​ໜຶ່ງ​ທີ່​ທໍລະມານ ແລະ​ເຮົາ​ກໍ​ເປັນທຸກໃຈ​ຫລາຍ​ຈົນກວ່າ​ການ​ນີ້​ຈະ​ສຳເລັດ.


ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ວັນ​ນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ.”


ຊາຍ​ທີ່​ຜີມານຮ້າຍ​ເປັນ​ກອງທັບ​ຖືກ​ຂັບໄລ່​ອອກ​ໄປ​ແລ້ວ​ນັ້ນ ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໂຜດ​ໃຫ້​ຂ້ານ້ອຍ​ໄປ​ກັບ​ທ່ານ​ດ້ວຍ​ເທີ້ນ.” ແຕ່​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ກັບຄືນ​ໄປ ໂດຍ​ກ່າວ​ວ່າ,


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.


ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ ເຮົາ​ຈະ​ກັບຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ພວກເຂົາ​ພາກັນ​ສືບຕໍ່​ແກວ່ງ​ກ້ອນຫີນ​ໃສ່​ຊະເຕຟາໂນ ຂະນະທີ່​ເພິ່ນ​ກຳລັງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ອົງ​ພຣະເຢຊູເຈົ້າ ຂໍໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ເຖີດ.”


ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.


ພວກເຮົາ​ບໍ່ໄດ້​ອຳ​ຫຍັງ​ໄວ້​ໃນ​ໃຈ ຕໍ່​ພວກເຈົ້າ​ເລີຍ, ແຕ່​ແມ່ນ​ພວກເຈົ້າ​ຕ່າງຫາກ​ທີ່​ອຳ​ເລື່ອງ​ໃນ​ໃຈ​ໄວ້ ຕໍ່​ພວກເຮົາ.


ແຕ່​ການ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້ ກໍ​ເປັນ​ສິ່ງ​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ນັ້ນ​ອີກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ ບໍ່ໄດ້​ເສຍ​ປະໂຫຍດ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ສຳລັບ​ເຮົາ​ນັ້ນ ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູຊາ ແລະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka