ຟີລິບປອຍ 1:20 - ພຣະຄຳພີສັກສິ20 ເພາະເປັນຄວາມມຸ້ງມາດປາຖະໜາ ແລະຄວາມຫວັງຂອງເຮົາວ່າ ເຮົາຈະບໍ່ມີຄວາມລະອາຍໃນສິ່ງໃດເລີຍ, ແຕ່ເມື່ອກ່ອນທຸກເທື່ອມີໃຈກ້າສະເໝີສັນໃດ ບັດນີ້ ກໍຂໍໃຫ້ເປັນຢ່າງດຽວກັນສັນນັ້ນ ພຣະຄຣິດຈະຊົງຮັບພຣະກຽດຕິຍົດໃນຮ່າງກາຍຂອງເຮົາສະເໝີ ເຖິງແມ່ນເຮົາຈະມີຊີວິດຢູ່ ຫລືຕາຍກໍຕາມ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່20 ເຮົາຄາດໝາຍ ແລະ ຫວັງຢ່າງກະຕືລືລົ້ນວ່າເຮົາຈະບໍ່ຖືກອັບອາຍໃນທາງໃດເລີຍ, ແຕ່ຈະມີຄວາມກ້າຫານພຽງພໍ ເພື່ອວ່າບັດນີ້ ພຣະຄຣິດເຈົ້າຈະໄດ້ຮັບກຽດເພາະຮ່າງກາຍຂອງເຮົາເໝືອນດັ່ງທີ່ເຄີຍໄດ້ຮັບມາຕະຫລອດ, ບໍ່ວ່າໂດຍການມີຊີວິດຢູ່ ຫລື ໂດຍຄວາມຕາຍກໍຕາມ. Uka jalj uñjjattʼäta |
ຢ່າມອບອະໄວຍະວະຂອງພວກເຈົ້າໃຫ້ແກ່ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ໃນການຊົ່ວຮ້າຍ, ແຕ່ຈົ່ງມອບຕົວຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະຈົ່ງມອບອະໄວຍະວະທຸກພາກສ່ວນຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທຳຕໍ່ໄປ.
ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.