Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:18 - ພຣະຄຳພີສັກສິ

18 ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະການ​ໃດ? ເຖິງ​ແມ່ນ​ວ່າ ເຂົາ​ຈະ​ປະກາດ​ດ້ວຍ​ຢ່າງ​ໃດ​ກໍຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງເຮັດ​ຫລື​ຈິງໃຈ​ກໍດີ ແຕ່​ກໍ​ຍັງ​ປະກາດ​ເລື່ອງ​ພຣະຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນດີ​ຕໍ່ໄປ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,

Uka jalj uñjjattʼäta Copia luraña




ຟີລິບປອຍ 1:18
13 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ພວກເຂົາ​ສໍ້ໂກງ​ເອົາ​ສິ່ງ​ຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາວັນນາ​ອະທິຖານ​ໃຫ້​ຍືດຍາວ ຄົນ​ພວກ​ນີ້​ຈະ​ຖືກ​ໂທດ​ໜັກ​ທີ່ສຸດ.”


ແຕ່​ພວກ​ສາວົກ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫຼົ່ານີ້ ເພາະ​ຖ້ອຍຄຳ​ນັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ສັງເກດ​ໄດ້ ແລະ​ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ແຕ່​ພຣະເຢຊູເຈົ້າ​ຕອບ​ໂຢຮັນ ແລະ​ສາວົກ​ຄົນອື່ນໆ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ ເພາະ​ຜູ້ໃດ​ທີ່​ບໍ່​ຕໍ່ສູ້​ທ່ານ ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ.”


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຄົນ​ຢິວ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ກໍໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ ມະນຸດ​ທຸກຄົນ​ທັງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄວາມ​ຜິດບາບ​ເໝືອນກັນ​ທຸກຄົນ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ຖ້າ​ເປັນ​ເຊັ່ນນັ້ນ ເຮົາ​ໝາຍຄວາມວ່າ​ຢ່າງ​ໃດ? ເຄື່ອງ​ບູຊາ​ທີ່​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ​ເປັນ​ຂອງ​ສັກສິດ​ບໍ ຫລື​ຮູບເຄົາຣົບ​ນັ້ນ​ສັກສິດ?


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ເຮົາ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຄວາມຄິດ​ເໝືອນກັນ ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຄິດ​ເໝືອນກັນ.


ເຫດສະນັ້ນ ບໍ່​ວ່າ​ສິ່ງ​ນັ້ນ​ມາ​ຈາກ​ເຮົາ ຫລື​ມາ​ຈາກ​ພວກເຂົາ​ກໍດີ ພວກເຮົາ​ທຸກຄົນ​ຕ່າງ​ກໍ​ປະກາດ​ຢ່າງ​ນັ້ນ ແລະ​ພວກເຈົ້າ​ກໍ​ເຊື່ອ​ຢ່າງ​ນັ້ນ.


ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka