Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:15 - ພຣະຄຳພີສັກສິ

15 ຄວາມຈິງ​ມີ​ບາງຄົນ​ໃນ​ພວກເຂົາ ທີ່​ປະກາດ​ເລື່ອງ​ພຣະຄຣິດ​ດ້ວຍ​ໃຈ​ອິດສາ​ແລະ​ຜິດຖຽງ​ກັນ ແຕ່​ມີ​ຄົນອື່ນ​ທີ່​ປະກາດ​ດ້ວຍ​ໃຈ​ຫວັງ​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ.

Uka jalj uñjjattʼäta Copia luraña




ຟີລິບປອຍ 1:15
22 Jak'a apnaqawi uñst'ayäwi  

ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ແຕ່​ມີ​ຄົນ​ທີ່​ເຊື່ອ​ບາງຄົນ ທີ່​ເປັນ​ຊາວ​ເກາະ​ໄຊປຣັດ ແລະ​ຊາວ​ກີເຣເນ ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ກ່າວ​ແກ່​ຄົນອື່ນໆ​ທີ່​ບໍ່ແມ່ນ​ຢິວ ໂດຍ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ.


ແລະ​ທຸກໆ​ວັນ​ໃນ​ບໍລິເວນ​ພຣະວິຫານ ແລະ​ທີ່​ເຮືອນ​ຂອງ​ປະຊາຊົນ ພວກ​ອັກຄະສາວົກ​ໄດ້​ສືບຕໍ່​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ​ບໍ່ໄດ້​ຂາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ.


ແລ້ວ​ຟີລິບ​ກໍ​ອອກ​ປາກ​ກ່າວ ໂດຍ​ເລີ່ມ​ແຕ່​ພຣະຄຳພີ​ຕອນ​ນີ້​ໄປ ແລະ​ກໍ​ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ.


ຝ່າຍ​ຟີລິບ​ໄດ້​ໄປ​ທີ່​ເມືອງ​ໃຫຍ່ ໃນ​ແຂວງ​ຊາມາເຣຍ ແລະ​ປະກາດ​ເລື່ອງ​ພຣະຄຣິດ​ໃນ​ທີ່ນັ້ນ.


ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ເຖິງ​ແມ່ນ​ເຮົາ​ບໍລິຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ເຮົາ​ມີ​ຢູ່ ແລະ​ສະຫລະ​ແມ່ນແຕ່​ຕົວ​ເຮົາ​ເອງ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ຖ້າ​ເຮົາ​ບໍ່ມີ​ຄວາມຮັກ ການ​ກະທຳ​ຢ່າງ​ນັ້ນ​ກໍ​ບໍ່ໄດ້​ປະໂຫຍດ​ຫຍັງ​ໝົດ.


ດ້ວຍວ່າ, ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູ​ຄຣິດເຈົ້າ ອົງ​ທີ່​ຊີລາ, ຕີໂມທຽວ ແລະ​ເຮົາ​ເອງ ໄດ້​ປະກາດ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ ພຣະອົງ​ບໍ່ໄດ້​ເປັນ​ຜູ້ “ຈິງ” ແລະ “ບໍ່​ຈິງ” ໃນ​ພຣະອົງ​ນັ້ນ​ມີ​ແຕ່​ຄຳ​ວ່າ, “ຈິງ” ສະເໝີ;


ເພາະ​ຄົນ​ເຫຼົ່ານັ້ນ ເປັນ​ພຽງແຕ່​ຄູສອນ​ປອມ ເປັນ​ຄົນງານ​ທີ່​ຫລອກລວງ ແລະ​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ.


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ປະກາດ​ຕົວ​ເອງ ແຕ່​ປະກາດ​ພຣະເຢຊູ​ຄຣິດເຈົ້າ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ປະກາດ​ພວກເຮົາ​ເອງ​ວ່າ ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ ເພື່ອ​ເຫັນ​ແກ່​ພຣະເຢຊູເຈົ້າ.


ແຕ່​ມີ​ພີ່ນ້ອງ​ທີ່​ແປກປອມ​ໄດ້​ລັກລອບ​ເຂົ້າ​ມາ ເພື່ອ​ຈະ​ສອດແນມ​ເບິ່ງ​ເສລີພາບ​ຂອງ​ພວກເຮົາ ທີ່​ມີ​ຢູ່​ເພາະ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ຫວັງ​ຈະ​ບັງຄັບ​ພວກເຮົາ ໃຫ້​ກັບ​ໄປ​ເປັນ​ຂ້ອຍຂ້າ​ຂອງ​ກົດບັນຍັດ​ອີກ


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka