Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:7 - ພຣະຄຳພີສັກສິ

7 ແລະ​ກ່າວ​ວ່າ, “ພວກເຮົາ​ເປັນ​ມົນທິນ​ຍ້ອນ​ພວກເຮົາ​ໄດ້​ແຕະຕ້ອງ​ຊາກສົບ, ແຕ່​ເປັນຫຍັງ​ພວກເຮົາ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ?”

Uka jalj uñjjattʼäta Copia luraña




ຈົດບັນຊີ 9:7
7 Jak'a apnaqawi uñst'ayäwi  

ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’ ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ.


“ໃນ​ວັນ​ທີ​ສິບສີ່ ຂອງ​ເດືອນ​ນີ້ ຕັ້ງແຕ່​ຕາເວັນ​ຕົກ​ດິນ​ໄປ ໃຫ້​ປະຊາຊົນ​ອິດສະຣາເອນ​ສະຫລອງ​ປັດສະຄາ ຕາມ​ລະບຽບການ​ແລະ​ກົດເກນ​ທຸກຢ່າງ​ທີ່​ໄດ້​ກຳນົດ​ໄວ້.”


ແຕ່​ໄດ້​ມີ​ປະຊາຊົນ​ບາງຄົນ​ທີ່​ເປັນ​ມົນທິນ ຍ້ອນ​ພວກເຂົາ​ໄດ້​ແຕະຕ້ອງ​ຊາກສົບ ແລະ​ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ພວກເຂົາ​ຈຶ່ງ​ໄດ້​ໄປ​ຖາມ​ໂມເຊ​ແລະ​ອາໂຣນ


ໂມເຊ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ລໍ​ຖ້າ​ຈົນກວ່າ​ຂ້າພະເຈົ້າ​ໄດ້​ຮັບ​ຄຳແນະນຳ ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.”


ຈົ່ງ​ນຳ​ສັດ​ມາ​ຖວາຍ​ບູຊາ ໂດຍ​ຂ້າ​ແກະ​ຫລື​ງົວ​ຕຽມ​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka