Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:6 - ພຣະຄຳພີສັກສິ

6 ແຕ່​ໄດ້​ມີ​ປະຊາຊົນ​ບາງຄົນ​ທີ່​ເປັນ​ມົນທິນ ຍ້ອນ​ພວກເຂົາ​ໄດ້​ແຕະຕ້ອງ​ຊາກສົບ ແລະ​ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ມື້​ນັ້ນ​ໄດ້. ພວກເຂົາ​ຈຶ່ງ​ໄດ້​ໄປ​ຖາມ​ໂມເຊ​ແລະ​ອາໂຣນ

Uka jalj uñjjattʼäta Copia luraña




ຈົດບັນຊີ 9:6
16 Jak'a apnaqawi uñst'ayäwi  

ແລ້ວ​ໂມເຊ​ກໍ​ຕອບ​ວ່າ, “ຂ້ອຍ​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນນີ້ ຍ້ອນ​ປະຊາຊົນ​ມາ​ຫາ​ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.


ບັດນີ້ ຂ້ອຍ​ຂໍ​ໃຫ້​ຄຳແນະນຳ​ທີ່​ດີ​ແກ່​ເຈົ້າ ແລະ​ພຣະເຈົ້າ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ. ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ​ຕໍ່​ພຣະເຈົ້າ ແລະ​ນຳ​ການ​ໂຕ້ຖຽງ​ກັນ​ສະເໜີ​ຕໍ່​ພຣະເຈົ້າ.


ພວກເຂົາ​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ຕັດສິນຄວາມ​ປະຈຳ ໂດຍ​ນຳ​ຄະດີ​ໃຫຍ່ໆ​ມາ​ຫາ​ໂມເຊ; ສ່ວນ​ຄະດີ​ເລັກນ້ອຍ​ນັ້ນ ພວກເຂົາ​ພິຈາລະນາ​ຕັດສິນ​ກັນ​ເອງ.


ລາວ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ສະຖານທີ່​ບ່ອນ​ມີ​ຄົນ​ຕາຍ; ລາວ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ ເຖິງ​ແມ່ນ​ວ່າ​ຜູ້ນັ້ນ​ຈະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຫຼື​ແມ່​ຂອງ​ຕົນເອງ​ກໍຕາມ


ລາວ​ໄດ້​ຖືກ​ນຳ​ຕົວ​ມາ​ຫາ​ໂມເຊ ອາໂຣນ ແລະ​ຊຸມຊົນ​ທັງໝົດ.


“ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.


ຖ້າ​ຫາກ​ມີ​ຄົນໜຶ່ງ​ຕາຍ​ໃນ​ຫໍເຕັນ​ແຫ່ງ​ໜຶ່ງ ທຸກຄົນ​ທີ່​ຢູ່​ໃນ​ຫໍເຕັນ ຫລື​ເຂົ້າ​ໄປ​ໃນ​ທີ່ນັ້ນ ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ​ຕາມ​ກົດບັນຍັດ.


ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.


ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.


ພວກເຂົາ​ມາ​ຢືນ​ຢູ່​ຊ້ອງໜ້າ​ໂມເຊ​ປະໂຣຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ​ຊຸມຊົນ​ທັງໝົດ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮຽກຮ້ອງ​ສິດທິ​ຂອງ​ພວກ​ຕົນ​ວ່າ,


ໂມເຊ​ໄດ້​ນຳ​ເລື່ອງ​ນີ້​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


ແລະ​ກ່າວ​ວ່າ, “ພວກເຮົາ​ເປັນ​ມົນທິນ​ຍ້ອນ​ພວກເຮົາ​ໄດ້​ແຕະຕ້ອງ​ຊາກສົບ, ແຕ່​ເປັນຫຍັງ​ພວກເຮົາ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ?”


ຕອນເຊົ້າ​ມືດ​ຢູ່ ພວກເຂົາ​ໄດ້​ນຳ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ກາຢະຟາ ໄປ​ທີ່​ສຳນັກ​ຂອງ​ຜູ້ປົກຄອງ (ສານ​ປະໄຣໂຕຣຽນ), ແຕ່​ພວກ​ຢິວ​ບໍ່ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ພວກເຂົາ​ຢາກ​ຮັກສາ​ຕົວ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ທຳນຽມ ເພື່ອ​ຈະ​ກິນ​ອາຫານ​ໄດ້​ໃນ​ເທດສະການ​ປັດສະຄາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka