Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:22 - ພຣະຄຳພີສັກສິ

22 ບໍ່​ວ່າ​ຈະ​ເປັນ​ສອງມື້, ໜຶ່ງເດືອນ, ໜຶ່ງ​ປີ ຫລື​ດົນນານ​ກໍຕາມ, ຕາບໃດ​ທີ່​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຈະ​ບໍ່​ຍົກຍ້າຍ​ໄປ​ໃສ​ເປັນ​ເດັດຂາດ, ແຕ່​ເມື່ອໃດ​ທີ່​ເມກ​ລອຍ​ຂຶ້ນ​ໄປ​ແລ້ວ ເມື່ອນັ້ນ​ພວກເຂົາ​ກໍ​ຕ້ອງ​ຍົກຍ້າຍ​ໂລດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 9:22
18 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ນຳ​ພວກເຂົາ​ມຸ້ງໜ້າ​ໄປ​ຕາມ​ທາງ​ຊື່ ສູ່​ນະຄອນ​ໜຶ່ງ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ໄດ້.


ຈົ່ງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ພຣະປະສົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. ຂໍ​ໃຫ້​ພຣະວິນຍານ​ນັ້ນ​ນຳ​ຂ້ານ້ອຍ​ໄປ​ສູ່ ບ່ອນ​ບໍ່ມີ​ອຸປະສັກ ແລະ​ທາງ​ອັນ​ລາບລື້ນ.


“ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.


“ພຣະເຈົ້າ​ອົງ​ນີ້​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ​ສືບໄປ ພຣະອົງ​ຈະ​ນຳພາ​ພວກເຮົາ​ຕະຫລອດໄປ​ເປັນນິດ.”


ພຣະອົງ​ນຳພາ​ຂ້ານ້ອຍ​ດ້ວຍ​ຄຳແນະນຳ​ຂອງ​ພຣະອົງ ແລະ​ໃນ​ບັ້ນປາຍ ພຣະອົງ​ຈະ​ຕອບ​ຂ້ານ້ອຍ​ດ້ວຍ​ກຽດຕິຍົດ.


ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ຊາວ​ອິດສະຣາເອນ​ໄດ້​ເຮັດ​ວຽກ​ທຸກຢ່າງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ໂມເຊ​ກໍ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ອຸທິດ​ຖວາຍ​ພວກເລວີ​ໃຫ້​ແກ່​ພຣະເຈົ້າຢາເວ ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ເມື່ອໃດ​ເມກ​ລອຍ​ຂຶ້ນ​ໄປ ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍພັກ​ເມື່ອນັ້ນ ແລະ​ພວກເຂົາ​ກໍ​ຕັ້ງ​ຄ້າຍພັກ​ໃໝ່​ອີກ​ໃນ​ບ່ອນ​ທີ່​ເມກ​ລອຍ​ລົງ​ມາ.


ບາງ​ເທື່ອ​ເມກ​ໄດ້​ປົກຄຸມ​ຢູ່​ພຽງ​ຕອນແລງ​ຫາ​ຕອນເຊົ້າ​ເທົ່ານັ້ນ ພວກເຂົາ​ກໍ​ຍົກຍ້າຍ​ທັນທີ ທີ່​ເມກ​ລອຍ​ຂຶ້ນ​ໄປ ເມກ​ລອຍ​ຂຶ້ນ​ເມື່ອໃດ ພວກເຂົາ​ກໍ​ຍົກຍ້າຍ​ໄປ​ເມື່ອນັ້ນ.


ໃນ​ເວລາ​ທີ່​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ດັ່ງນີ້: “ຢ່າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ, ແຕ່​ໃຫ້​ຄອຍ​ຮັບ​ຂອງ​ປະທານ​ໃຫ້ ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້ ຕາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka