21 ບາງເທື່ອເມກໄດ້ປົກຄຸມຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກຍ້າຍໄປເມື່ອນັ້ນ.
ໂດຍເສົາເມກຊົງນຳພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນຳພາພວກເພິ່ນໃນກາງຄືນດ້ວຍ.
ແຕ່ພຣະອົງບໍ່ໄດ້ປະຖິ້ມພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມເມດຕາຂອງພຣະອົງຍິ່ງໃຫຍ່. ພຣະອົງບໍ່ໄດ້ເອົາເສົາເມກກັບເສົາໄຟ ທີ່ເຍືອງທາງທັງເວັນ ແລະຄືນໜີໄປຈາກພວກເພິ່ນ.
ບາງເທື່ອເມກໄດ້ປົກຄຸມຢູ່ເທິງຫໍເຕັນສັກສິດ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ພຣະເຈົ້າຢາເວສັ່ງຫລືຍົກຍ້າຍໄປກໍແມ່ນພຣະເຈົ້າຢາເວເປັນຜູ້ສັ່ງການ.
ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ຫລືດົນນານກໍຕາມ, ຕາບໃດທີ່ເມກປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ.