20 ບາງເທື່ອເມກໄດ້ປົກຄຸມຢູ່ເທິງຫໍເຕັນສັກສິດ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ພຣະເຈົ້າຢາເວສັ່ງຫລືຍົກຍ້າຍໄປກໍແມ່ນພຣະເຈົ້າຢາເວເປັນຜູ້ສັ່ງການ.
“ພຣະເຈົ້າອົງນີ້ເປັນພຣະເຈົ້າຂອງພວກເຮົາສືບໄປ ພຣະອົງຈະນຳພາພວກເຮົາຕະຫລອດໄປເປັນນິດ.”
ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວດ້ວຍສຸດໃຈຂອງເຈົ້າ. ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.
ຈົ່ງລະນຶກເຖິງພຣະເຈົ້າໃນທຸກສິ່ງທີ່ເຈົ້າກະທຳ ແລະພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.
ແມ່ນຄັ້ງທຳອິດ ທີ່ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍຍົກອອກໄປ ຕາມຄຳສັ່ງຂອງພຣະເຈົ້າຢາເວໂດຍຜ່ານທາງໂມເຊ,
ປະຊາຊົນໄດ້ມ້າງຄ້າຍພັກແລະຕັ້ງຄ້າຍພັກ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ຕາບໃດທີ່ເມກຍັງປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຢູ່ໃນຄ້າຍພັກບ່ອນເກົ່າ.
ເມື່ອເມກປົກຄຸມຫໍເຕັນສັກສິດເປັນເວລານານ ພວກເຂົາຕ້ອງເຊື່ອຟັງພຣະເຈົ້າຢາເວແລະບໍ່ໄດ້ເຄື່ອນຍ້າຍໄປໃສ.
ບາງເທື່ອເມກໄດ້ປົກຄຸມຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກຍ້າຍໄປເມື່ອນັ້ນ.
ສະນັ້ນ ຢ່າຢ້ານຊົນຊາດເຫຼົ່ານີ້ເລີຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ທ່າມກາງພວກເຈົ້າ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະອົງດຽວທີ່ໜ້າຢ້ານຢຳ.