Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:18 - ພຣະຄຳພີສັກສິ

18 ປະຊາຊົນ​ໄດ້​ມ້າງ​ຄ້າຍພັກ​ແລະ​ຕັ້ງ​ຄ້າຍພັກ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ຕາບໃດ​ທີ່​ເມກ​ຍັງ​ປົກຄຸມ​ຫໍເຕັນ​ສັກສິດ​ຢູ່ ພວກເຂົາ​ກໍ​ຢູ່​ໃນ​ຄ້າຍພັກ​ບ່ອນ​ເກົ່າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 9:18
7 Jak'a apnaqawi uñst'ayäwi  

ຊຸມຊົນ​ອິດສະຣາເອນ​ທັງໝົດ ໄດ້​ອອກ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ໂດຍ​ເຄື່ອນຍ້າຍ​ໄປ​ເປັນ​ໄລຍະ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເຣຟີດີມ ແຕ່​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ບໍ່ມີ​ນໍ້າ​ດື່ມ.


ແມ່ນ​ຄັ້ງ​ທຳອິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍ​ຍົກ​ອອກ​ໄປ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໂດຍ​ຜ່ານ​ທາງ​ໂມເຊ,


ເມື່ອ​ເມກ​ປົກຄຸມ​ຫໍເຕັນ​ສັກສິດ​ເປັນ​ເວລາ​ນານ ພວກເຂົາ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ​ແລະ​ບໍ່ໄດ້​ເຄື່ອນຍ້າຍ​ໄປ​ໃສ.


ບາງ​ເທື່ອ​ເມກ​ໄດ້​ປົກຄຸມ​ຢູ່​ເທິງ​ຫໍເຕັນ​ສັກສິດ ພຽງແຕ່​ບໍ່​ເທົ່າໃດ​ວັນ​ເທົ່ານັ້ນ; ໃນ​ກໍລະນີ​ໃດ​ກໍຕາມ ພວກເຂົາ​ຈະ​ຢູ່​ຕາມ​ທີ່​ພຣະເຈົ້າຢາເວ​ສັ່ງ​ຫລື​ຍົກຍ້າຍ​ໄປ​ກໍ​ແມ່ນ​ພຣະເຈົ້າຢາເວ​ເປັນ​ຜູ້​ສັ່ງການ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.


ແລະ​ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ຄື​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ເຄີຍ​ໄດ້​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ​ນັ້ນ ເພື່ອ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ປະຕິບັດ​ຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka