17 ເມື່ອໃດເມກລອຍຂຶ້ນໄປ ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍພັກເມື່ອນັ້ນ ແລະພວກເຂົາກໍຕັ້ງຄ້າຍພັກໃໝ່ອີກໃນບ່ອນທີ່ເມກລອຍລົງມາ.
“ເຮົາຈະສອນເຈົ້າໃຫ້ຮູ້ຈັກທາງທີ່ເຈົ້າຄວນໄປ ເຮົາຈະໃຫ້ຄຳແນະນຳແລະແອບສອນເຈົ້າ.
ພຣະອົງນຳພາຂ້ານ້ອຍດ້ວຍຄຳແນະນຳຂອງພຣະອົງ ແລະໃນບັ້ນປາຍ ພຣະອົງຈະຕອບຂ້ານ້ອຍດ້ວຍກຽດຕິຍົດ.
ຊຸມຊົນອິດສະຣາເອນທັງໝົດ ໄດ້ອອກຈາກຖິ່ນແຫ້ງແລ້ງກັນດານສີນ ໂດຍເຄື່ອນຍ້າຍໄປເປັນໄລຍະຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ແຕ່ຢູ່ໃນທີ່ນັ້ນພວກເຂົາບໍ່ມີນໍ້າດື່ມ.
ພວກເຂົາຈະບໍ່ຫິວເຂົ້າ ແລະຢາກນໍ້າອີກຕໍ່ໄປ ຕາເວັນແລະຖິ່ນແຫ້ງແລ້ງກັນດານຈະບໍ່ທຳຮ້າຍ ດ້ວຍວ່າ, ພວກເຂົາມີຜູ້ນຳພາທີ່ຮັກແພງພວກເຂົາຫລາຍ ພຣະອົງຈະນຳພາພວກເຂົາໄປສູ່ບໍ່ນໍ້າພຸ.
ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ຫລືດົນນານກໍຕາມ, ຕາບໃດທີ່ເມກປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ.
ເຮົານີ້ແຫຼະ ເປັນປະຕູ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາກໍຈະໄດ້ພົ້ນ ແລ້ວຈະເຂົ້າມາແລະອອກໄປ ທັງຈະພົບອາຫານດ້ວຍ.