Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:15 - ພຣະຄຳພີສັກສິ

15-16 ໃນ​ມື້​ຕັ້ງ​ຫໍເຕັນ​ສັກສິດ, ໄດ້​ມີ​ເມກ​ມາ​ປົກຄຸມ​ຫໍເຕັນ​ສັກສິດ, ຫໍເຕັນ​ແຫ່ງ​ພັນທະສັນຍາ. ແຕ່​ຕອນ​ກາງຄືນ​ເມກ​ໄດ້ປົກຄຸມ​ຫໍເຕັນ​ສັກສິດ​ຈົນເຖິງ​ຕອນເຊົ້າ. ແລະ​ກາງຄືນ​ເບິ່ງ​ຄື​ໄຟ.

Uka jalj uñjjattʼäta Copia luraña




ຈົດບັນຊີ 9:15
21 Jak'a apnaqawi uñst'ayäwi  

ໂດຍ​ເສົາເມກ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງເວັນ ໂດຍ​ເສົາໄຟ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງຄືນ​ດ້ວຍ.


ແຕ່​ພຣະອົງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມ​ເມດຕາ​ຂອງ​ພຣະອົງ​ຍິ່ງໃຫຍ່. ພຣະອົງ​ບໍ່ໄດ້​ເອົາ​ເສົາເມກ​ກັບ​ເສົາໄຟ ທີ່​ເຍືອງທາງ​ທັງເວັນ ແລະ​ຄືນ​ໜີໄປ​ຈາກ​ພວກເພິ່ນ.


ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.


ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ ດ້ວຍ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ດ້ວຍ​ເສົາໄຟ​ໃນ​ເວລາ​ກາງຄືນ.


ໃນ​ລະຫວ່າງ​ການ​ເດີນທາງ​ນັ້ນ ພຣະເຈົ້າຢາເວ​ໄດ້​ນຳ​ໜ້າ​ພວກເຂົາ​ໄປ ໂດຍ​ບັນດານ​ໃຫ້​ມີ​ເສົາເມກ​ຊີ້​ທາງ​ໄປ​ໃນ​ເວລາ​ກາງເວັນ ແລະ​ມີ​ເສົາໄຟ​ເຍືອງ​ທາງ​ໄປ​ໃນ​ເວລາ​ກາງຄືນ ເພື່ອ​ພວກເຂົາ​ຈະ​ເດີນທາງ​ທັງ​ກາງເວັນ​ແລະ​ກາງຄືນ​ໄດ້.


ຕະຫລອດ​ການ​ເດີນທາງ​ນັ້ນ ເສົາເມກ​ໄດ້​ຊີ້​ທາງ​ໃນ​ເວລາ​ກາງເວັນ ແລະ​ເສົາໄຟ​ໄດ້​ຊີ້​ທາງ​ໃນ​ເວລາ​ກາງຄືນ.


ຕອນ​ໃກ້​ຮຸ່ງ​ເຊົ້າ ພຣະເຈົ້າຢາເວ​ໄດ້​ສັງເກດ​ເບິ່ງ​ກອງທັບ​ເອຢິບ​ຈາກ​ເສົາເມກ ແລະ​ເສົາໄຟ. ສະນັ້ນ ພຣະອົງ​ຈຶ່ງ​ບັນດານ​ໃຫ້​ເກີດ​ອົນລາຫົນ​ຂຶ້ນ​ໃນ​ເຫຼົ່າ​ທະຫານ.


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ໂມເຊ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ບໍ່ໄດ້ ເພາະ​ທີ່​ນັ້ນ​ມີ​ເມກ​ໜາແໜ້ນ​ຫລາຍ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ເຕັມ​ຢູ່​ທົ່ວ​ຫໍເຕັນ​ສັກສິດ.


ຕະຫລອດ​ການ​ເດີນທາງ​ທ່ອງທ່ຽວ​ໄປມາ​ນັ້ນ ພວກເຂົາ​ໄດ້​ເຫັນ​ເມກ​ຂອງ​ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງເວັນ ແລະ​ໄດ້​ເຫັນ​ແສງ​ເປັນ​ໄຟ​ພຸ່ງ​ຂຶ້ນ​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງຄືນ​ຕໍ່ໜ້າ​ພວກ​ອິດສະຣາເອນ.


ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.


ເມື່ອ​ພວກເຂົາ​ຍ້າຍ​ອອກ​ຈາກ​ຄ້າຍພັກ​ເທື່ອໃດ ກ້ອນ​ເມກ​ຂອງ​ພຣະເຈົ້າຢາເວ​ກໍ​ຢູ່​ເທິງ​ພວກເຂົາ​ເທື່ອນັ້ນ.


ພວກເຂົາ​ກໍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ແກ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຄົນ​ພວກ​ນັ້ນ​ໄດ້ຍິນ​ແລ້ວ​ວ່າ​ພຣະອົງ​ຄື​ພຣະເຈົ້າຢາເວ ສະຖິດ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ປາກົດ​ໜ້າ​ຕໍ່​ໜ້າ​ໃຫ້​ພວກ​ຂ້ານ້ອຍ​ເຫັນ, ແລະ​ເປັນ​ເສົາເມກ​ຊຶ່ງ​ຢຸດ​ຢູ່​ເທິງ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ຍັງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ໄປ ເປັນ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ເປັນ​ເສົາໄຟ​ໃນ​ເວລາ​ກາງຄືນ.


ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka