Biblia Todo Logo
Internet tuqin Biblia
- Anuncios ukanaka -




ຈົດບັນຊີ 9:14 - ພຣະຄຳພີສັກສິ

14 ຖ້າ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫາກ​ຢາກ​ຖື​ປັດສະຄາ​ຂອງ​ພຣະເຈົ້າຢາເວ ເຂົາ​ຕ້ອງ​ຖື​ຕາມ​ລະບຽບ​ການ​ແລະ​ກົດເກນ​ທຸກຢ່າງ. ຈົ່ງ​ໃຊ້​ກົດບັນຍັດ​ນີ້​ສຳລັບ​ທຸກໆ​ຄົນ ບໍ່​ວ່າ​ເປັນ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 9:14
14 Jak'a apnaqawi uñst'ayäwi  

ຜູ້​ທີ່​ມີ​ສິດ​ກິນ​ເຄື່ອງ​ຖວາຍບູຊາ​ນັ້ນ​ມີ​ດັ່ງນີ້: ພວກ​ອິດສະຣາເອນ​ທຸກຄົນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແລະ​ທຸກຄົນ​ທີ່​ເຊົາ​ເຮັດ​ຕາມ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທີ່​ອາໄສ​ຢູ່​ໃນ​ດິນແດນ ແລະ​ຜູ້​ທີ່​ມາ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ


ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ສະຫລອງ​ເທດສະການ​ນີ້.


ຢ່າ​ຄືນ​ໄປ​ໃນ​ສວນ​ເກັບເລັມ​ເອົາ​ພົ້ວ​ອະງຸ່ນ​ທີ່​ລືມ​ເກັບ ຫລື​ໝາກອະງຸ່ນ​ທີ່​ຕົກ​ເທິງ​ໜ້າ​ດິນ; ຈົ່ງ​ປະ​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”


ກົດບັນຍັດ​ນີ້​ໃຫ້​ໃຊ້​ສຳລັບ​ທຸກຄົນ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ສ່ວນ​ລາຄາ​ນັ້ນ​ໃຫ້​ໄລ່​ເອົາ​ຕາມ​ຈຳນວນ​ປີ ຊຶ່ງ​ທີ່ດິນ​ຜະລິດ​ຜົນລະປູກ​ໄດ້ ກ່ອນ​ຈະ​ເຖິງ​ປີ​ຄົບຮອບ​ປີ​ທີ​ຫ້າສິບ.


ໃຫ້​ພວກເຈົ້າ​ເອງ ແລະ​ຄົນ​ຕ່າງດ້າວ​ທີ່​ຢູ່​ນຳ​ພວກເຈົ້າ ປະຕິບັດ​ຕາມ​ແບບ​ດຽວກັນ​ນີ້ ທຸກຍຸກ​ທຸກສະໄໝ​ສືບໄປ. ພວກເຈົ້າ ແລະ​ພວກເຂົາ​ມີ​ຄຸນຄ່າ​ເທົ່າທຽມ​ກັນ ຕໍ່ໜ້າ​ຂອງ​ພຣະເຈົ້າຢາເວ


ດັ່ງນັ້ນ ຈຶ່ງ​ໃຫ້​ໃຊ້​ກົດບັນຍັດ ແລະ​ລະບຽບການ​ຢ່າງ​ດຽວກັນ.”’


ຜູ້ຍິງ​ແລະ​ເດັກນ້ອຍ ແລະ​ຊາວ​ຕ່າງດ້າວ​ທີ່​ໄດ້​ອາໄສ​ຢູ່​ນຳ ທີ່​ເປັນ​ຜູ້​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຈົ້າ.


ຈົ່ງ​ເອີ້ນ​ທຸກໆ​ຄົນ​ມາ​ເຕົ້າໂຮມ​ກັນ​ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້ຍິນ​ແລະ​ຮຽນຮູ້ ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka