12 ຢ່າປະອາຫານໃດໆເຫຼືອໄວ້ຮອດມື້ອື່ນເຊົ້າ ແລະຢ່າຫັກກະດູກໃດໆຂອງສັດ. ຈົ່ງສະຫລອງປັດສະຄານີ້ຕາມລະບຽບທຸກຢ່າງທີ່ໄດ້ວາງໄວ້.
ພວກເຈົ້າບໍ່ຕ້ອງໃຫ້ສິ່ງໃດໆເຫຼືອຮອດມື້ເຊົ້າ ຖ້າມີສິ່ງເຫຼືອຢູ່ກໍໃຫ້ເຜົາໄຟຖິ້ມເສຍ.
ແລ້ວພຣະເຈົ້າຢາເວກໍບອກໂມເຊແລະອາໂຣນວ່າ, “ຕໍ່ໄປນີ້ ແມ່ນກົດລະບຽບກ່ຽວກັບພິທີສະຫລອງປັດສະຄາ ຄືຢ່າໃຫ້ຄົນຕ່າງຊາດຮ່ວມກິນປັດສະຄາ
ອາຫານທັງໝົດໃຫ້ກິນຢູ່ໃນເຮືອນ ແລະຢ່ານຳອອກໄປກິນນອກເຮືອນ. ຢ່າຫັກກະດູກສັດທີ່ຕົນໄດ້ຂ້າກິນໃນພິທີນີ້.
ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.
ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ.
ສິ່ງເຫຼົ່ານີ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມຂໍ້ພຣະຄຳພີທີ່ວ່າ, “ກະດູກຂອງເພິ່ນ ຈະບໍ່ຖືກຫັກຈັກເຫຼັ້ມ.”