Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 9:10 - ພຣະຄຳພີສັກສິ

10 ໃຫ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ດັ່ງນີ້: “ເມື່ອ​ຜູ້ໃດ​ໃນ​ພວກເຈົ້າ ຫລື​ລູກຫລານ​ຂອງ​ພວກເຈົ້າ​ເປັນ​ມົນທິນ ຍ້ອນ​ແຕະຕ້ອງ​ຊາກສົບ​ຫລື​ຍ້ອນ​ເດີນທາງ​ໄກ ແຕ່​ຍັງ​ຕ້ອງການ​ທີ່​ຈະ​ຖື​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່

Uka jalj uñjjattʼäta Copia luraña




ຈົດບັນຊີ 9:10
15 Jak'a apnaqawi uñst'ayäwi  

ໃນ​ເດືອນ​ທີ​ສອງ​ໄດ້​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ນອກຈາກນີ້​ຍັງ​ມີ​ຫລາຍ​ຄົນ​ທີ່​ມາ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ, ອິດຊາຄາ ແລະ​ເຊບູໂລນ ຍັງ​ບໍ່ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ພິທີ​ນີ້​ຢ່າງ​ບໍ່​ຖືກຕ້ອງ. ກະສັດ​ເຮເຊກີຢາ​ຈຶ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ວ່າ,


ຈົ່ງ​ໃຫ້​ພວກເຂົາ​ສະຫລອງ​ພິທີ​ນີ້​ໄດ້​ເດືອນ​ໜຶ່ງ​ຕໍ່ມາ ຄື​ໃນ​ຕອນແລງ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ສອງ ຈົ່ງ​ສະຫລອງ​ພິທີ​ນັ້ນ​ດ້ວຍ​ການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ


ຈົ່ງ​ວາງ​ເຄື່ອງຖວາຍ​ຂອງ​ເຈົ້າ​ໄວ້​ຕໍ່ໜ້າ​ແທ່ນບູຊາ ແລ້ວ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ສາ​ກ່ອນ ຈຶ່ງ​ກັບຄືນ​ມາ​ຖວາຍ​ເຄື່ອງ​ບູຊາ​ຂອງ​ເຈົ້າ.”


ເວລາ​ສະຫລອງ​ເທດສະການ​ປັດສະຄາ​ໃກ້​ຈະ​ມາ​ເຖິງ​ແລ້ວ ມີ​ຫລາຍ​ຄົນ​ໄດ້​ຈາກ​ບ້ານ​ເມືອງ​ຂອງຕົນ ຂຶ້ນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ກ່ອນ​ວັນ​ເທດສະການ.


ດັ່ງນັ້ນ ທຸກຄົນ​ຈຶ່ງ​ຄວນ​ພິຈາລະນາ​ເບິ່ງ​ໃຈ​ຂອງ​ຕົນເອງ​ກ່ອນ ແລ້ວ​ຈຶ່ງ​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka