8 ຕໍ່ມາໃຫ້ພວກເຂົານຳງົວເຖິກໜຸ່ມໂຕໜຶ່ງ ແລະພືດຜົນເປັນເມັດມາຖວາຍຄູ່ກັນຄື: ແປ້ງເຂົ້າປະສົມກັບນໍ້າມັນໝາກກອກເທດ ແລະໃຫ້ນຳງົວເຖິກໜຸ່ມໂຕໜຶ່ງມາອີກເປັນການຖວາຍລຶບລ້າງບາບ.
“ນີ້ແມ່ນສິ່ງທີ່ເຈົ້າຈະເຮັດໃນການອຸທິດຖວາຍອາໂຣນ ແລະພວກລູກຊາຍຂອງລາວ ເພື່ອບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະແກະເຖິກສອງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິມາຖວາຍ.
ເມື່ອເຮັດແລ້ວໆ ຈົ່ງໃຫ້ເອົາເຂົ້າຈີ່ທັງໝົດໃສ່ກະຕ່າໜ່ວຍໜຶ່ງແລະຖວາຍແກ່ເຮົາ ເມື່ອພວກເຈົ້ານຳງົວໜຸ່ມ ແລະແກະເຖິກມາເຜົາຖວາຍ.
ພຣະເຈົ້າຢາເວກ່າວວ່າດັ່ງນີ້: “ການທີ່ທ່ານທົນທຸກຄືຄວາມປະສົງຂອງເຮົາ ຄວາມຕາຍຂອງທ່ານເປັນເຄື່ອງບູຊາ ເພື່ອນຳເອົາການຍົກໂທດມາໃຫ້. ທ່ານຈຶ່ງໄດ້ເຫັນເຊື້ອສາຍມີຊີວິດຍາວໄກ ເປົ້າໝາຍຂອງພຣະເຈົ້າຢາເວຈະສຳເລັດທາງທ່ານ.
ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ.
ຫລັງຈາກລາວໄດ້ນຳງົວເຖິກໜຸ່ມໂຕໜຶ່ງມາ ເພື່ອຖວາຍລຶບລ້າງບາບ ແລະແກະເຖິກໜຸ່ມໂຕໜຶ່ງ ເພື່ອເຜົາບູຊາແລ້ວ; ລາວຈຶ່ງເຂົ້າໄປໃນບ່ອນສັກສິດໄດ້.”
ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ
ແລະຕໍ່ມາ ເມື່ອບາບນັ້ນໄດ້ເປັນທີ່ຮູ້ຈັກກັນແລ້ວ ຊຸມຊົນອິດສະຣາເອນຈະຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ມາຖວາຍເພື່ອເປັນການລຶບລ້າງບາບ. ພວກເຂົາຈະຕ້ອງນຳງົວນັ້ນມາຕໍ່ໜ້າຫໍເຕັນບ່ອນຊຸມນຸມ.
ຖ້າປະໂຣຫິດຜູ້ໄດ້ຮັບການເຈີມເຮັດບາບ ແລະໄດ້ນຳຄວາມຜິດມາສູ່ປະຊາຊົນ; ເພື່ອລຶບລ້າງບາບຂອງຕົນ ເພິ່ນຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາຖວາຍແກ່ພຣະເຈົ້າຢາເວ.
“ຈົ່ງນຳອາໂຣນແລະພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນບ່ອນເຮົາມາປາກົດ ແລ້ວເອົາເຄື່ອງປະຈຳຕຳແໜ່ງປະໂຣຫິດມາພ້ອມກັບນໍ້າມັນເຈີມສັກສິດ, ງົວເຖິກໜຸ່ມໂຕໜຶ່ງເພື່ອຖວາຍລຶບລ້າງບາບ, ແກະເຖິກ ສອງໂຕ ແລະກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ.
ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ ເຮັດໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເໝືອນເນື້ອກາຍ ທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດຄວາມບາບໃນເນື້ອກາຍ ນັ້ນ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.