Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 8:7 - ພຣະຄຳພີສັກສິ

7 ຕາມ​ພິທີ​ການ​ດັ່ງນີ້: ໃຫ້​ໃຊ້​ນໍ້າ​ຊຳລະ​ຊິດ​ໃສ່​ພວກເຂົາ, ໃຫ້​ພວກເຂົາ​ແຖ​ຂົນ​ຕາມ​ຕົນຕົວ ແລະ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ. ແລ້ວ​ກໍ​ຈະ​ຖືວ່າ​ພວກເຂົາ​ບໍ່​ເປັນ​ມົນທິນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 8:7
24 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.


ໂຜດ​ຊຳລະ​ລ້າງ​ຄວາມຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ສິ້ນໄປ ແລະ​ໃຫ້​ສະອາດ​ໝົດ​ຈາກ​ການບາບ​ດ້ວຍ.


ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ສິ່ງ​ເຫຼົ່ານັ້ນ ກໍ​ເປັນ​ມົນທິນ. ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງຕົນ​ພ້ອມ​ທັງ​ອາບນໍ້າ​ຊຳລະ​ຮ່າງກາຍ​ດ້ວຍ ແລະ​ລາວ​ກໍ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ຫລື​ຜູ້ໃດ​ທີ່​ນັ່ງ​ເທິງ​ສິ່ງ​ທີ່​ລາວ​ໄດ້​ນັ່ງ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ໃຫ້​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ຜູ້​ເຮັດ​ໜ້າທີ່​ເຜົາ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຕົວ​ເສຍ​ກ່ອນ ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.


ແລ້ວ​ໂມເຊ​ກໍ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ອອກ​ມາ​ຂ້າງ​ໜ້າ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.


ຜູ້ໃດ​ກໍຕາມ​ທີ່​ຈັບ​ບາຍ​ຊາກສົບ ແລະ​ບໍ່ໄດ້​ຊຳລະ​ຕົນເອງ​ຍັງ​ຈະ​ເປັນມົນທິນ​ຢູ່ ຍ້ອນ​ລາວ​ບໍ່ໄດ້​ຊຳລະ​ລາວເອງ. ລາວ​ໝິ່ນປະໝາດ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ແລະ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ.


ໃຫ້​ຊຳລະ​ເສື້ອຜ້າ​ທຸກໆ​ໂຕ ແລະ ທຸກໆ​ສິ່ງ​ທີ່​ເຮັດ​ດ້ວຍ​ໜັງສັດ, ຂົນແບ້ ແລະ​ໄມ້.”


ພວກ​ເລວີ​ໄດ້​ຊຳລະ​ຕົນເອງ​ແລະ​ຊັກ​ເຄື່ອງນຸ່ງຫົ່ມ ແລ້ວ​ອາໂຣນ​ກໍ​ອຸທິດ​ຖວາຍ​ພວກເຂົາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ໃຫ້​ແກ່​ພຣະເຈົ້າຢາເວ. ເພິ່ນ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ພວກເຂົາ​ຄືກັນ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ເພາະວ່າ​ຖ້າ​ເລືອດ​ແບ້ ຫລື​ເລືອດ​ງົວເຖິກ ແລະ​ຂີ້ເຖົ່າ​ໄຟ​ຂອງ​ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ​ຊົ່ວ​ມົວໝອງ ຍັງ​ອາດ​ຊຳລະ​ຮ່າງກາຍ​ໃຫ້​ສະອາດ​ໄດ້,


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka