5 ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຝ່າຍພວກພີ່ນ້ອງຊາວເລວີຂອງພວກເຂົາກໍໄດ້ຖືກມອບໝາຍ ໃຫ້ຮັບໃຊ້ໜ້າທີ່ທັງໝົດໃນຫໍເຕັນສັກສິດແຫ່ງວິຫານຂອງພຣະເຈົ້າ.
ແລະຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄຳທີ່ຕີເປັນລວດລາຍ ຕາມແບບທີ່ພຣະເຈົ້າຢາເວໄດ້ສຳແດງໃຫ້ແກ່ໂມເຊ.
“ຈົ່ງແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ແລະຊຳລະພວກເຂົາ
ໃນເວລານັ້ນ ພຣະເຈົ້າຢາເວໄດ້ແຕ່ງຕັ້ງພວກຜູ້ຊາຍໃນເຜົ່າເລວີ ໃຫ້ເປັນຜູ້ຮັບຜິດຊອບຫີບພັນທະສັນຍາຂອງພຣະເຈົ້າຢາເວ ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວໃຫ້ຮັບໃຊ້ພຣະອົງ ເພື່ອໃຫ້ກ່າວຄຳອວຍພອນໃນນາມຂອງພຣະອົງຈົນເຖິງທຸກວັນນີ້.